• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຕິດຕໍ່ສື່ສານລະຫວ່າງກອງທັບອາກາດ ສ.ເກົາຫຼີ - ຈີນ

      ວັນທີ 19 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong-doo ແລະ ຄູ່ຕຳໜ່ງ ຈີນ ວີເຟື້ອງຂວາ ໄດ້ດຳເນີນການເຈລະຈາ
ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະພາບສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງກອງທັບອາກາດ 2 ປະເທດຕື່ມອີກ ແລະ ຊຸກຍູ້ການແລກປ່ຽນດ້ານການທະຫານ. ໃນຖະແຫຼງການ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ການເຈລະຈາໄດ້ດຳເນີນຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຄັ້ງທີ 5 ຢູ່ ສິງກະໂປ. ລັດຖະມົນຕີ 2 ທ່ານກໍ່ໄດ້ເຫັນດີເປັນເອກະສັນຮ່ວມມືມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງເໜືອ.
       ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ນອກກອງປະຊຸມ ADMM+, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ວີເຟື້ອງຂວາ ໄດ້ມີການພົບປະຄັ້ງທຳອິດກັບຄູ່ຕຳແໜ່ງ ຍີ່ປຸ່ນ Takeshi Iwaya ຢ່າງເປັນທາງການ ໃນຮອບເວລາເກືອບ 3 ປີຜ່ານມາ  ໃນສະພາບການທີ່ 2 ປະເທດພວມຊອກຫາວິທີນຳໃຊ້ກົນໄກຕິດຕໍ່ສື່ສານ 2 ຝ່າຍ ເພື່ອຫຼີກລ້ຽງຄວາມສ່ຽງເກີດການປະທະກັນຢູ່ທະເລ ແລະ  ທາງອາກາດ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top