ຂ່າວສານ ເພີ່ມທະວີການຕິດຕໍ່ສື່ສານລະຫວ່າງກອງທັບອາກາດ ສ.ເກົາຫຼີ - ຈີນ 21/10/2018 ວັນທີ 19 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong-doo ແລະ ຄູ່ຕຳໜ່ງ ຈີນ ວີເຟື້ອງຂວາ ໄດ້ດຳເນີນການເຈລະຈາ, ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະພາບສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງກອງທັບອາກາດ 2 ປະເທດຕື່ມອີກ ແລະ ຊຸກຍູ້ການແລກປ່ຽນດ້ານການທະຫານ. ໃນຖະແຫຼງການ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ການເຈລະຈາໄດ້ດຳເນີນຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຄັ້ງທີ 5 ຢູ່ ສິງກະໂປ. ລັດຖະມົນຕີ 2 ທ່ານກໍ່ໄດ້ເຫັນດີເປັນເອກະສັນຮ່ວມມືມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງເໜືອ. ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ນອກກອງປະຊຸມ ADMM+, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ວີເຟື້ອງຂວາ ໄດ້ມີການພົບປະຄັ້ງທຳອິດກັບຄູ່ຕຳແໜ່ງ ຍີ່ປຸ່ນ Takeshi Iwaya ຢ່າງເປັນທາງການ ໃນຮອບເວລາເກືອບ 3 ປີຜ່ານມາ ໃນສະພາບການທີ່ 2 ປະເທດພວມຊອກຫາວິທີນຳໃຊ້ກົນໄກຕິດຕໍ່ສື່ສານ 2 ຝ່າຍ ເພື່ອຫຼີກລ້ຽງຄວາມສ່ຽງເກີດການປະທະກັນຢູ່ທະເລ ແລະ ທາງອາກາດ. (ແຫຼ່ງຄັດຈາກ VOV)

ວັນທີ 19 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong-doo ແລະ ຄູ່ຕຳໜ່ງ ຈີນ ວີເຟື້ອງຂວາ ໄດ້ດຳເນີນການເຈລະຈາ, ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະພາບສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງກອງທັບອາກາດ 2 ປະເທດຕື່ມອີກ ແລະ ຊຸກຍູ້ການແລກປ່ຽນດ້ານການທະຫານ. ໃນຖະແຫຼງການ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ການເຈລະຈາໄດ້ດຳເນີນຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຄັ້ງທີ 5 ຢູ່ ສິງກະໂປ. ລັດຖະມົນຕີ 2 ທ່ານກໍ່ໄດ້ເຫັນດີເປັນເອກະສັນຮ່ວມມືມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງເໜືອ. ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ນອກກອງປະຊຸມ ADMM+, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ວີເຟື້ອງຂວາ ໄດ້ມີການພົບປະຄັ້ງທຳອິດກັບຄູ່ຕຳແໜ່ງ ຍີ່ປຸ່ນ Takeshi Iwaya ຢ່າງເປັນທາງການ ໃນຮອບເວລາເກືອບ 3 ປີຜ່ານມາ ໃນສະພາບການທີ່ 2 ປະເທດພວມຊອກຫາວິທີນຳໃຊ້ກົນໄກຕິດຕໍ່ສື່ສານ 2 ຝ່າຍ ເພື່ອຫຼີກລ້ຽງຄວາມສ່ຽງເກີດການປະທະກັນຢູ່ທະເລ ແລະ ທາງອາກາດ. (ແຫຼ່ງຄັດຈາກ VOV)