• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື້ອພະຍາດອັກເສບປອດ Covid-19

      ວັນທີ 20 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີ່ຍ ຂອງປະເທດ ຈີນ ປະກາດວ່າ ຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດ Covid-19 ຢູ່ແຂວງນີ້ໃນວັນທີ 19 ກຸມພາ ແມ່ນ 108 ຄົນ, ຫລຸດລົງເມື່ອທຽບໃສ່ຕົວເລກ 132 ຄົນຂອງວັນທີ 18 ກຸມພາ. 
            ຕາມການປະກາດ, ໃນວັນທີ 19 ກຸມພາ, ມີ 349 ຄົນຕິດເຊື້ອຢູ່ແຂວງ ຮູເປີ່ຍ, ແມ່ນຫລຸດລົງຢ່າງແຮງເມື່ອທຽບໃສ່ຕົວເລກ 1.693 ຄົນທີ່ຕິດເຊື້ອໃນວັນທີ 18 ກຸມພາ.

ວັນທີ 19 ກຸມພາ, ມີ 349 ຄົນຕິດເຊື້ອຢູ່ແຂວງ ຮູເປີ່ຍ, ແມ່ນຫລຸດລົງຢ່າງແຮງເມື່ອທຽບໃສ່ຕົວເລກ 1.693 ຄົນ
ທີ່ຕິດເຊື້ອໃນວັນທີ 18 ກຸມພາ (ພາບ: TTXVN)
      ແລະກໍ່ໃນວັນທີ 19 ກຸມພາ, ປະເທດ ຍີ່ປຸ່ນ ໄດ້ກວດພົບຜູ້ຕິດເຊື້ອໄວຣັດ Covid-19 ຢູ່ເຮືອທ່ອງທ່ຽວ Diamond Princess ຕື່ມອີກ 79 ຄົນ. ສະນັ້ນ, ໄລ່ມາຮອດປັດຈຸບັນ, ມີ 621 ຄົນຕິດເຊື້ອພະຍາດຢູ່ເຮືອລຳດັ່ງກ່າວ. ນັບແຕ່ວັນທີ 19 ກຸມພາ, ລັດຖະບານ ຍີ່ປຸ່ນ ກໍ່ເລີ່ມຕົ້ນປະຕິບັດແຜນການໃຫ້ບັນດາແຂກທ່ອງທ່ຽວ ແລະ ລູກເຮືອເຂົ້າທຽບທ່າ ພາຍຫລັງເຮືອລຳດັ່ງກ່າວໝົດໄລຍະເວລາແຍກຕົວ.
        ວັນທີ 19 ກຸມພາ, ທ່ານນາງ Andrea Ammon ຫົວໜ້າສູນຄວບຄຸມ ແລະ ປ້ອງກັນສະກັດກັ້ນເຊື້ອພະຍາດຂອງ ເອີຣົບ (ECDC) ໃຫ້ຮູ້ວ່າ: ເອີຣົບ ໄດ້ປະຕິບັດວຽກງານຄວບຄຸມ ແລະ ປ້ອງກັນສະກັດກັ້ນເຊື້ອພະຍາດອັກເສບປອດ Covid-19 ໄດ້ເປັນຢ່າງດີ.
        ເມື່ອຕອບສຳພາດຕໍ່ນັກຂ່າວ ພາຍຫລັງກອງປະຊຸມສຳມະນາກ່ຽວກັບສາຍພັນໃໝ່ຂອງໄວຣັດໂຄໂຣນາ (nCoV), ທ່ານນາງ Andrea Ammon ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ເອີຣົບ ມີຜູ້ຕິດເຊື້ອທັງໝົດ 45 ຄົນ ແລະ ຜູ້ທີ່ຕິດເຊື້ອທັງໝົດນັ້ນ ລ້ວນແຕ່ມີການພົວພັນໂດຍກົງກັບ ຈີນ. ECDC ພວມສົມທົບກັບບັນດາປະເທດ ເອີຣົບ ເພື່ອຊ່ວຍບັນດາປະເທດ ເອີຣົບ ເພີ່ມທະວີຄວາມສາມາດຮັບມືຕໍ່ຄວາມສ່ຽງໂລກພະຍາດແຜ່ລາມ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top