• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ຈັດ​ຕັ້ງ​ການພົບ​ປະ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ນະຄອນດຶງດູດໄດ້ 6.625 ໂຄງການລົງທຶນຈາກຕ່າງປະເທດ ທີ່ພວມມີຜົນສັກສິດ, ດ້ວຍຍອດທຶນຈົດທະບຽນເກືອບ 49 ຕື້ USD.
ກອງປະຊຸມ “ສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດຄໂວິດ - 19”

ຕອນເຊົ້າວັນທີ 19 ຕຸລາ, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດຄໂວິດ - 19” ໂດຍມີການເຂົ້າຮ່ວມຂອງ ຜູ້ແທນປະມານ 20 ທ່ານ ແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສາກົນ, ບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ນະຄອນດຶງດູດໄດ້ 6.625 ໂຄງການລົງທຶນຈາກຕ່າງປະເທດ ທີ່ພວມມີຜົນສັກສິດ, ດ້ວຍຍອດທຶນຈົດທະບຽນເກືອບ 49 ຕື້ USD. ພິເສດ, ຮອດເດືອນກັນຍາ ປີ 2021, ເຖິງວ່າຖືກຜົນກະທົບຫຍໍ້ທໍ້ຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ກໍ່ຕາມ,  ແຕ່ຮ່າໂນ້ຍຍັງດຶງດູດໄດ້ທຶນຈົດທະບຽນ 1,28 ຕື້ USD. ທ່ານ ດິງຕຽນຢຸງ ເນັ້ນໜັກວ່າ ອຳນາດການປົກຄອງ ນະຄອນຮ່າໂນ້ຍ ຈະສຸມໃສ່ໜູນຊ່ວຍບັນດາວິສາຫະກິດ, ບັນດານັກລົງທຶນ ຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮັກສາ ແລະ ຟື້ນຟູການຜະລິດດຳເນີນທຸລະກິດ. ທ່ານກ່າວວ່າ:

ການຜະລິດຂອງ ວິສາຫະກິດ ຖືກຢຸດສະຫງັກ, ການເດີນທາງໄປມາຂອງ ບັນດານັກລົງທຶນຕ່າງປະເທດກໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19. ເຂົ້າໃຈໄດ້ບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນ, ອຳນາດການປົກຄອງ ນະຄອນຮ່າໂນ້ຍ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຄວບຄຸມໂລກລະບາດໂດຍໄວທີ່ສຸດ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍບັນດານັກລົງທຶນຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮັກສາ ແລະ ຟື້ນຟູ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top