• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ 8 ແຂວງທາງທິດຕາເວັນອອກສ່ຽງເໜືອ

ຕອນເຊົ້າວັນທີ 20 ພະຈິກ, ທີ່ນະຄອນ ຮະລອງ (ແຂວງ ກ໋ວາງນິງ) ໄດ້ດຳເນີນກອງປະຊຸມຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ສິ່ງຍອດຍິ່ງ”.

ພິທີເຊັນການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ (ພາບ: baotintuc.vn)

ທີ່ກອງປະຊຸມ, ການນຳບັນດາແຂວງ, ນະຄອນໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອໄລຍະ 2020 – 2025 ແລະ ຮັບຮອງເອົາແຜນການສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອໄລຍະ 2020 – 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຖືວ່າ ກອງປະຊຸມມື້ນີ້ ບໍ່ພຽງແຕ່ເປັນການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງເລິກກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ກໍ່ຄືການກຳນົດທິດພັດທະນາຂອງແຕ່ລະທ້ອງຖິ່ນອີກດ້ວຍ, ປະກອບສ່ວນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມຄືດັ່ງເປົ້າໝາຍ, ຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມ  ຮອດປີ 2030 ໄດ້ວາງອອກຢ່າງແທ້ຈິງ.

 (ແຫຼ່ງຄັດຈາກ VOV)
 

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top