
ດ່ານຊາຍແດນ ສາກົນ ລາວບ໋າວ (ກວາງຈິ)
ແຂວງ ກວາງຈີ້ ມີເສັ້ນຊາຍແດນຮ່ວມກັບ 2 ແຂວງ ສະຫວັນນະເຂດ ແລະ ສາລາວັນ (ປະເທດລາວ) ດ້ວຍລວງຍາວ 179,628 ກມ. ໃນຊຸມປີຜ່ານມາ, 3 ແຂວງ ໄດ້ສາມັກຄີ, ຮ່ວມມືແໜ້ນແຟ້ນ ເພື່ອຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນກໍ່ຄືບັນດາສະພາບການໃນເສັ້ນຊາຍແດນຮ່ວມ. ຜ່ານນັ້ນ, ເພີ່ອແນໃສ່ຮັກປະກັນ, ຮັກສາສະຖຽນລະພາບ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນເສັ້ນຊາຍແດນຢ່າງມີປະສິດທິຜົນ ປະກອບສ່ວນສ້າງຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ.
ໃນການໂອ້ລົມສົນທະນາ, ຜູ້ຕາງໜ້າການນຳ 3 ແຂວງ ໄດ້ຍົກອອກຫຼາຍມາດຕະການ, ນະໂຍບາຍເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ ກໍ່ຄືຍົກອອກບາງທິດທາງໃໝ່ໃນການຄຸ້ມຄອງລວມ. ຜູ້ຕາງໜ້າການນຳ 3 ແຂວງ ໄດ້ເປັນເອກະພາບເຊັນບົດບັນທຶກຊ່ວຍຈຳບັນດາເນື້ອໃນຮ່ວມມືໃນວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2017 – 2018 ດ້ວຍຫຼາຍເນື້ອໃນສຳຄັນ.
(ແຫຼ່ງຄັດຈາກ VOV)