• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນສິດຊົມໃຊ້ຂໍ້ມູນຂ່າວສານຂອງພົນລະເມືອງ


ບັນ​ດາ​ ສ.ສ.ຊ ປຶກ​ສາ​ຫາ​ລື​ຢູ່​ຕາມ​ໜ່ວຍ
(baoquochoi)
        ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ໃນ​ວາ​ລະ​ປະ​ຊຸມ​ສະ​ພາ​ແຫ່ງ​ຊ​າດ​ເມື່ອ​ຕອນ​ບ່າຍວັນ​ທີ 24/3, ບັນ​ດາ​ ສ.ສ.ຊ ໄດ້​ຢືນ​ຢັນສິດຊົມ​ໃຊ້​ຂໍ້​ມູນ​ຂ່າວ​ສານແມ່ນ​ສິດ​ທິ​ມະ​ນຸດ, ສິດ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ, ເປັນ​ຕົ້ນ​ແມ່ນ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ. ທ່ານ ເຈີນ​ຫງອກວິງ ສ.ສ.ຊ ນະ​ຄອນ​ຫາຍ​ຟ່ອງ ຖື​ວ່າ :
    “ ຫົວ​ໜ່ວຍ, ສ່ວນ​ບຸກ​ຄົນ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານແມ່ນ​​ໄດ້ເປີດ​ກ້​ວາງ​ຂໍ້​ມູນ​ຂ່າວ​ສານ, ມີ​ການ​ເປີດ​ເຜີຍ, ຈະ​ແຈ່ງ​ແຈ້ງ ແມ່ນ​ຈະ​ສາ​ມາດປ້ອງ​ກັນ ແລະ ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟື່ອຍ, ຄວາມ​ຜິດ​ພາດ. ເພາະ​ການ​ເປີດ​ເຜີຍຂໍ້​ມູນ​ຂ່າວ​ສານແມ່ນ​ມາດ​ຕະ​ການ​ເປັນ​ຂໍ້​ກຸນ​ແຈ ປະ​ຕິ​ບັດຫຼັກ​ການ​ປະ​ຊາ​ຊົນ​ຮູ້, ປະ​ຊາ​ຊົນ​ເຮັດ, ປະ​ຊາ​ຊົນ​ກວດ​ກາ ”
      ກ່ຽວ​ກັບ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ສະ​ໜອງຂໍ້​ມູນ​ຂ່າວ​ສານ, ທ່ານ​ເຈື່ອງຈ້ອງ​ເງ້ຍ, ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ ມີ​ຄຳ​ເຫັນ​ວ່າ : 
   “ ນີ້​ແມ່ນ​ສິດ​ຂອງ​ມະ​ນຸດ, ດັ່ງ​ນັ້ນ​ເປົົ້າ​ໝາຍ​ຊົມ​ໃຊ້ ຂໍ້​ມູນ​ຂ່າວ​ສານ ບໍ່​ພຽງ​ແຕ່​ແມ່ນ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊາວ​ຕ່າງ​ເທດອີກ​ດ້ວຍ. ຢູ່ນີ້​ພວກ​ເຮົາ​ພຽງ​ກຳ​ນົດ ຊາວ​ຕ່າງ​ປະ​ເທດ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ. ແຕ່​ກໍ​ຍັງ​ມີ​ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ຢູ່​ຕ່າງ​ປະ​ເທດ ກໍ​ຫວັງ​ຢາກ​ໄດ້​ຮັບ ຂໍ້​ມູນ​ຂ່າວ​ສານ ​ຈາກ​ຫວຽດ​ນາມເພື່ອ​ລົງ​ທຶນ, ທຳ​ມາ​ຄ້າ​ຂາຍ. ພວກ​ຂ້າ​ພະ​ເຈົ້າສະ​ເໜີ​ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໃນ​ກົດ​ໝາຍ ”
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top