• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາ, ເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ-ຫວຽດນາມ


ທ່ານ ຫງວຽນທ້ຽນເຍີນເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ 
(ພາບ: ດ້າຍດ່ວານເກດ)
​​      ໂດຍ​ສືບ​ຕໍ່​ກາ​ນຢ້ຽມຢາມ​ສັນຕະວະ​ໄມຕີ ສ. ​ເກົາຫຼີ, ວັນ​ທີ 18/8, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ​່ນັບ​ທ່ານ​ນາຍົກລັດຖະມົນຕີ ສ. ​ເກົາຫຼີ, ຢ້ຽມຢາມ​ນິຄົມ​ກະ​ເສດ​ເຕັກ​​ໂນ​ໂລ​ຢີສູງ ​ແລະ ຮັບ​ຟັງ​ການ​ແນະນຳ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີນະຄອນ​ສະຫຼາດ​ຂອງ Korea Telecom.
        ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/8, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ. ​ເກົາຫຼີ Chung Sye – kyun. ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ແນະນຳ​ບາງ​ຈຸດ​ກ່ຽວ​ກັບ​ຜົນງານ​ພື້ນຖານ​​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພ້ອມ​ທັງ​ສະ​ເໜີ​ຝ່າຍ ສ. ​ເກົາຫຼີ ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ພື້ນຖານ​​ໂຄງ​ລ່າງ, ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາ​ງ​ເຄືອ​ຂ່າ​ຍອີນ​ເຕີ​​ເນັດ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ອອກ​ແຮງ​ງານ ຢູ່ ສ. ​ເກົາຫຼີ ກ່ວາ 130.000 ຄົນ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ລະ​ຫວ່າ​ງ 2 ຊາດ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ. ​ເກົາຫຼີ Chung Sye – kyun ກໍ່ຂອບອົກ​ຂອບ​ໃຈ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ. ​ເກົາຫຼີ ທຳ​ມາ​ຫາ​ກິນ ​ແລະ ພັດທະນາ​ຢູ່ ຫວຽດນາມ. ທ່ານ Chung Sye – kyun ຢັ້ງຢືນວ່າ​ເລື່ອງ ສ. ​ເກົາຫຼີ ກາຍ​ເປັນ​ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່ ຫວຽດນາມ ​ໃນ​ປີ 2015 ​ນັ້ນ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນວ່າ ຫວຽດນາມ ​ໄດ້​ຕອບ​ສະໜອງ​ທຸກ​ຄວາມ​ຮຽກຮ້ອງ​ຂອງ​ບັນດາ​ນັກ​ລົງທຶນ ສ. ​ເກົາຫຼີ ​ເປັນ​ຢ່າງ​ດີ.
        ​ແລະກໍ່​ໃນ​ວັນ​ທີ 17/8, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕ້ອນຮັບ​ທ່ານປະທານ​ສະມາຄົມ​ມິດຕະພາບ ສ. ​ເກ​ົາຫຼີ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top