• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີຫງວຽນຈິ໋ວິ້ງພົບປະ 2 ຝ່າຍຢູ່ນອກຮອບ ADMM ທີ່ສິງກະໂປ

      ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM Retreat) ຢູ່ສິງກະໂປ ໃນລະຫວ່າງວັນທີ 05 – 06 ກຸມພາ.

ພົນໂທ ຫງວຽນຈິ໋ວິ້ງ ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng
(ພາບ: TTXVN)
      ໃນຂອບເຂດ ADMM, ຕອນບ່າຍວັນທີ 05 ກຸມພາ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວງ.
        ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng, ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນວ່າ, ຫວຽດນາມ ຈະຕັ້ງໜ້າສະໜັບສະໜູນສິງກະໂປ ຈັດຕັ້ງບັນດາກອງປະຊຸມດ້ານການທະຫານ - ປ້ອງກັນຊາດໃນປີ 2018 ໃຫ້ບັນລຸຜົນສຳເລັດ ເພື່ອຜົນປະໂຫຍດລວມຂອງອາຊຽນ.
        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ພວມກະກຽມເພື່ອຈັດຕັ້ງງານພົບປະມິດຕະພາບປ້ອງກັນເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5. ງານພົບປະແລກປ່ຽນໃນປີ 2018, ຈະຖືກຈັດຕັ້ງຂຶ້ນຢູ່ກາວບັ່ງ, ເຊິ່ງແມ່ນບ່ອນທີ່ປະທານໂຮ່ຈິມິນ ກັບມາຈາກຈີນ ເພື່ອຊີ້ນຳການປະຕິວັດຫວຽດນາມ…
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top