• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ເຮັດວຽກກັບແຂວງກວາງຈິ

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງກວາງຈິໃນໄລຍະຜ່ານມາ; ພ້ອມທັງ, ຮັບຮູ້ບັນດາການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນ ເພື່ອຄົ້ນຄວ້າ, ຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງຕິດຄັດ.


ລາຍການສະແດງສິລະປະ “ສາຍຈິດມິດໃຈແຄແຊງ”

(ພາບ: Thanh Hieu/VOV)

ຕອນເຊົ້າວັນທີ 17 ມິຖຸນາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງເຮຶ໋ອງຮວ໋າ, ແຂວງກວາງຈິ. ນະທີ່ນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ມອບຂອງຂວັນ ແລະ ເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ພໍ່ແມ່ພີ່ນ້ອງເຜົ່າສ່ວນໜ້ອຍ ທີ່ດີເດັ່ນຢູ່ບໍລິເວນເມືອງ ເຮື໋ອງຮວ໋າ ແຂວງກວາງບິງ.

ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນຳແຂວງກວາງຈິ.ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງກວາງຈິໃນໄລຍະຜ່ານມາ; ພ້ອມທັງ, ຮັບຮູ້ບັນດາການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນ ເພື່ອຄົ້ນຄວ້າ, ຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງຕິດຄັດ.

        ຫຼັງຈາກນັ້ນ, ຕອນຄ່ຳຂອງວັນດຽວກັນ, ທ່ານນາງຕອງທິຟ໋ອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ສາຍຈິດມິດໃຈແຄແຊງ” ຊຶ່ງໄດ້ຈັດຂຶ້ນຢູ່ຫໍວັດທະນະທຳບັນດາເຜົ່າຢູ່ເທດສະເມືອງ ແຄແຊງ, ເມືອງເຮື໋ອງຮວ໋າ.

        ໃນຂອບເຂດລາຍການດັ່ງກ່າວ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ມອບຈຳນວນເເງິນລວມ 450 ລ້ານດົງ ເພື່ອໜູນຊ່ວຍການກໍ່ສ້າງໂຮງຮຽນອະນຸບານລິງເທື້ອງ, ເມືອງຢໍລິງ, ໜູນຊ່ວຍໃຫ້ບາງຄອບຄົວປຸກສ້າງເຮືອນ, ມອບທຶນການສຶກສາໃຫ້ນັກຮຽນງຊັ້ນປະຖົມທີ່ທຸກຍາກ. ນອກຈາກນັ້ນ, ຄະນະປະຕິບັດງານຍັງແຈກຢາຍເຂົ້າສານໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ແຈກຢາຍອຸປະກອນການແພດ ແລະ ແມ່ພັນງົວໃຫ້ຄອບຄົວເປົ້າໝາຍນະໂຍບາຍ ອີກດ້ວຍ. 

 (ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top