• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເຈືອງຮວ່າບິງຊີ້ນຳວຽກງານຕ້ານການຄ້າເຖື່ອນຂ້າມຊາຍແດນຢູ່ບັນດາແຂວງຕາເວັນຕົກສ່ຽງໃຕ້

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການຕໍ່ສູ້ຕ້ານການຄ້າເຖື່ອນ, ການສໍ້ໂກງທາງດ້ານການຄ້າ, ການຂົນສົ່ງສິນຄ້າຂ້າມຊາຍແດນຢ່າງຜິດກົດໝາຍ ຢູ່ບັນດາເຂດຕາເວັນຕົກສ່ຽງໃຕ້.


ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງທີ່ກອງຊຸມ

(ພາບ:http://baoquocte.vn)

ທີ່ກອງປະຊຸມ, ການນຳກອງບັນຊາການທະຫານປ້ອງກັນຊາຍແດນ ໃຫ້ຮູ້ວ່າ ສະພາບການຄ້າເຖື່ອນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຢ່າງຜິດກົດໝາຍ ນັບມື້ນັບມີການຜັນແປຢ່າງສັບສົນ. ເພື່ອໃຫ້ວຽກງານການຕ້ານການຄ້າເຖື່ອນ ແລະ ການສໍ້ໂກງທາງດ້ານການຄ້າໃຫ້ມີປະສິດທິຜົນກວ່າ, ຕາມທັດສະນະສ່ວນຫຼາຍຂອງຜູ້ແທນເຂົ້າຮ່ວມແມ່ນ ຄວນມີການດັດປັບບາງຂໍ້ກຳນົດທີ່ຍັງບໍ່ສອດຄ່ອງໃນການປັບໄໝການກະທຳຜິດດ້ານບໍລິຫານສຳລັບເປົ້າໝາຍຄ້າຂາຍເຖື່ອນ ແລະ ເພີ່ມສິດອຳນາດໃຫ້ທະຫານປ້ອງກັນຊາຍແດນຂຶ້ນຕື່ມ. ພ້ອມທັງປຸກລະດົມທົ່ວປວງຊົນເຂົ້າຮ່ວມການຕ້ານການຄ້າເຖື່ອນ ແລະ ຫັກເອົາ 50% ຍອດມູນຄ່າຂອງສິນຄ້າເຖື່ອນນັ້ນ ປະໄວ້ໃຫ້ກຳລັງຕ້ານການຄ້າເຖື່ອນແກ້ໄຂ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຄ້າເຖື່ອນ, ສໍ້ໂກງທາງດ້ານການຄ້າ ແລະ ສິນຄ້າປອມ ໃຫ້ຮູູ້ວ່າ:

        “ສະເໜີໃຫ້ການນຳທ້ອງຖິ່ນຕ່າງໆ ຈົ່ງຍົກສູງນ້ຳໃຈຮັບຜິດຊອບຂອງຜູ້ນຳໜ້າ, ບໍ່ປະໃຫ້ສິນຄ້າເຖື່ອນເຕົ້າໂຮມຢູ່ໃກ້ກັບເຂດຊາຍແດນ. ທະຫານປ້ອງກັນຊາຍແດນ ຕ້ອງປະຕິບັດວຽກງານເປັນເສນາທິການ ແລະ ສົມທົບຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນ ໃຫ້ເປັນຢ່າງດີ ເພື່ອຕໍ່ສູ້ຢ່າງມີປະສິດທິຜົນໃນວຽກງານການຕ້ານການຄ້າເຖື່ອນ ແລະ ສໍ້ໂກງທາງດ້ານການຄ້າ”.

 (ແຫຼ່ງຄັດຈາກ VOV)


10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top