• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຈິ້ງດິງຢຸງເປັນປະທານກອງປະຊຸມຮັບມືກັບພາຍຸເລກ 7 ແລະ ສະພາບຝົນຕົກໜັກ

      ລັດຖະບານໄດ້ມອບໝາຍໃຫ້ຄະນະສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ-ກະຊວງກະສີກຳ ແລະ ພັດທະນາຊົນນະບົດສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ສ້າງ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໂຄງການສັງລວມກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດໃຫ້ແກ່ເຂດພູດອຍ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງທີ່ກອງປະຊຸມ
      ເພື່ອແກ້ໄຂສິ່ງທີ່ຄ້າງຄາໃນວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດ, ລັດຖະບານໄດ້ມອບໝາຍໃຫ້ຄະນະສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ-ກະຊວງກະສີກຳ ແລະ ພັດທະນາຊົນນະບົດສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ສ້າງ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໂຄງການສັງລວມກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດໃຫ້ແກ່ເຂດພູດອຍຕິດພັນກັບການສ້າງໂຄງປະກອບບອ່ນຢູ່ຄືນໃໝ່, ສົມທົບກັບການທຳມາຫາກິນແບບຍືນຍົງຕິດພັນກັບການປ້ອງກັນ ແລະ ພັດທະນາປ່າປ້ອງກັນຢູ່ບາງເຂດຈຸດສຸມ. ນີ້ ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງທີ່ກອງປະຊຸມຮັບມືກັບພາຍຸເລກ 7 ແລະ ສະພາບຝົນຕົກໜັກເມື່ອຕອນເຊົ້າວັນທີ 27 ສິງຫາຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງ ສະເໜີວ່າ :
    “ ຕິດຕາມຢ່າງແໜ້ນແຟ້ນກ່ຽວກັບການຜັນແປຂອງພາຍຸ ແລະ ໄພອັນຕະລາຍຂອງໄພທຳມະຊາດໃນເວລາຕໍ່ໄປເພື່ອຜັນຂະຫຍາຍມາດຕະການແກ້ໄຂ. ສືບຕໍ່ກວດກາ ຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນຢູ່ເຂດຮັບຜົນສະມ້ອນຂອງພາຍຸ. ບັນດາທ້ອງຖິ່ນເຂດເກີດພາຍຸຕ້ອງມີວິທີຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ ”.
(ແຫຼ່ງຄັດຈາກ VOV)
 

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top