• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການ WHO ແລະ ທະນາຄານລົງທຶນ ເອີຣົບ ຮ່ວມມືກັນສະກັດກັ້ນໂລກລະບາດ ໂຄວິດ - 19

      ວັນທີ 1 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ຖະແຫຼງວ່າ ຈະເພີ່ມທະວີການຮ່ວມມືກັບທະນາຄານລົງທຶນ ເອີຣົບ (EIB) ເພື່ອເພີ່ມທະວີສຸຂະພາບໃຫ້ວົງຄະນະຍາດ, ສະໜອງບັນດາອຸປະກອນທີ່ຈຳເປັນ, ບຳລຸງສ້າງ ແລະ ລົງທຶນໃຫ້ແກ່ວຽກງານອະນາໄມການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກວ່າໝູ່.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO. (ແຫຼ່ງພາບ: Getty Images)
      ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.
ໃນການຖະແຫຼງຂ່າວທາງອອນລາຍ, ທ່ານ Tedros Adhanom Ghebreyesus ໃຫ້ຮູ້ວ່າ WHO ຈະລົງທຶນພື້ນຖານໂຄງລ່າງ ກໍຄື ບຳລຸງສ້າງຖັນແຖວພະນັກງານການແພດ 10 ປະເທດ ຢູ່ ອາຟະລິກາ ແລະ ຕາເວັນອອກກາງ ຢ່າງຮີບດ່ວນ. ທະນາຄານ EIB ແລະ WHO ຈະຮ່ວມມືກັນເພື່ອໜູນຊ່ວຍລະບົບສະໜອງການຮັບມືກັບໂລກລະບາດໂຄວິດ - 19 ເພື່ອສ້າງເງື່ອນໄຂຈຳໜ່າຍບັນດາອຸປະກອນບົ່ງມະຕິພະຍາດ, ປ້ອງກັນສ່ວນບຸກຄົນ ແລະ ບັນດາອຸປະກອນການແພດອື່ນ ໃຫ້ແກ່ບັນດາບໍລິສັດທີ່ມີຄວາມຈຳເປັນທີ່ສຸດ. 
            ກໍໃນຂອບເຂດຂອງຂໍ້ຕົກລົງສະບັບໃໝ່ນີ້, EIB ແລະ WHO ຈະພ້ອມກັນໜູນຊ່ວຍ ກອງທຶນ ປ້ອງກັນ, ຕ້ານໄຂ້ຍຸງລາຍຂອງ ອີຢູ, ເຊິ່ງເປັນຂໍ້ລິເລີ່ມປະສົມລະຫວ່າງພາກລັດ ແລະ ພາກເອກະຊົນ ມີມູນຄ່າເຖິງ 250 ລ້ານເອີໂຣ ເພື່ອແນໃສ່ໜູນຊ່ວຍ ການປິ່ນປົວພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນກວ່າ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top