• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູຮັດກຸມຂໍ້ກຳນົດການນຳເຂົ້າສິນຄ້າພາຍຫລັງເກີດຄວາມເຄັ່ງຕຶງດ້ານການຄ້າກັບຈີນ


ທ່ານ Peter Ziga ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສ​ະໂລ​ວາ​ເກ​ຍ
(ພາບ: EPA/TTXVN)

​      ໃນ​ສະພາວະ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ຈີນ ມີ​ຄວາມ​ເຄັ່ງ​ຕຶງ ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດຕ້ານ​ການ​ຂາຍ​ບຸບ​ລາຄາ, ວັນ​ທີ 13/12 ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ ​ເອີ​ລົບ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັດກຸມ​ບັນດາ​ຂໍ້​ກຳນົດ​ດ້ານ​ການ​ຄ້າ​ສຳລັບ​ບັນດ​າປະ​ເພດ​ສິນຄ້າ​ນຳ​ເຂົ້າ, ​ໃນ​ນັ້ນ ມີ​ບັນດາ​ຜະລິດ​ຕະພັນມີ​ແຫຼ່ງທີ່​ມາ​ຈາກ​ ຈີນ. ການ​ກະທຳ​ດັ່ງກ່າວ ​ໄດ້ຮັບ​ຮູ້​ວ່າ ຈະ​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ກັບ ຈີນ ຕື່ມ​ອີກ​ຢ່າງ​ເລິກ​​ເຊິ່ງ. ທ່ານ Peter Ziga ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສ​ະໂລ​ວາ​ເກ​ຍ ປະ​ເທດ​ທີ່ພວມ​ເປັນ​ປະທານໝູນວຽນ​ຂອງ ອີ​ຢູ ​ໃຫ້​ຂໍ້ສັງ​ເກດ​ວ່າ: ນີ້​ແມ່ນ​ບຸກທະ​ລຸ​ສຳຄັນ ສະ​ແດງ​ໃຫ້​ເຫັນວ່າ ອີ​ຢູ ບໍ່ອາດ “​ເຊິ​ຊະ” ​ແລະ ຕ້ອງປົກ​ປ້ອງຜົນ​ປະ​ໂຫຍ​ດຂອງ​ຕົນ ພິ​ເສດ​ແມ່ນ​ໃນ​ກໍລະນີ​ຂາຍ​ບຸບ​ລາຄາ.
(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.

Top