• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ + 3 ຊຸກ​ຍູ້​ຂົງ​ເຂດ​ສະ​ຫວັດ​ດີ​ການ ແລະ ພັດ​ທະ​ນາ​ສັງ​ຄົມ

ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາ ອາຊຽນ + 3 (ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ) ຄັ້ງທີ 6 ດ້ວຍຫົວຂໍ້ “ເພີ່ມທະວີການໜູນຊ່ວຍສັງຄົມໃຫ້ແກ່ເດັກນ້ອຍມີຄວາມສ່ຽງຫຼາຍກ່ວາໝູ່ໃນອາຊຽນ”. 

ກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາ ອາຊຽນ + 3 (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງຮັບຜິດຊອບກ່ຽວກັບສະຫວັດດີການ ແລະ ພັດທະນາຂອງ 10 ປະເທດ ອາຊຽນ +3. ຄະນະຜູ້ແທນຫວຽດນາມໂດຍທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມເປັນຫົວໜ້າຄະນະ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາບັນດາຜົນງານການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ, ສ.ເກົາຫຼີ, ຈີນໃນຂົງເຂດສະຫວັດດີການ ແລະ ພັດທະນາສັງຄົມ, ປຶກສາຫາລື ແລະ ຍົກອອກບັນດາຂໍ້ສະເໜີເພື່ອແນໃສ່ເພີ່ມທະວີການໜູນຊ່ວຍສັງຄົມໃຫ້ແກ່ເດັກນ້ອຍທີ່ມີຄວາມສ່ຽງຫຼາຍກ່ວາໝູ່ໃນອາຊຽນ.

ກອງປະຊຸມໄດ້ສະເໜີໃຫ້ບັນດາປະເທດອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມືແມ່ນ ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນຈົ່ງສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍ ແລະ ປົກປ້ອງເດັກ, ຄົນພິການ, ຜູ້ມີອາຍຸສູງ ແລະ ບັນດາຜູ້ດ້ອຍໂອກາດຜ່ານບັນດາໂຄງການໃນຂອບເຂດອາຊຽນ ຫຼືຕາມຮູບການສອງຝ່າຍທີ່ເໝາະສົມ. ກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາອາຊຽນ + 3 ຄັ້ງທີ 6.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top