
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:TTXVN)
ຕາມການນຳ ລັດເຊຍ ແລ້ວ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນເວທີປາໄສທີ່ໄດ້ຮັບຄວາມໄວ້ວາງໃຮ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນ ທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງທົ່ວພາກພື້ນອາຊີ - ປາຊີຟິກ, ກໍຄືແມ່ນບ່ອນເພື່ອພ້ອມກັນຊອກຫາມາດຕະການແກ້ໄຂລວມບັນດາບັນຫາສາກົນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ. ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ : “ຂ້າພະເຈົ້າເຫັນດີຕໍ່ບັນດາແນວຄວາມຄິດຫຼັກທີ່ໄດ້ຍົກອອກມາໃນ ຖະແຫຼງການຮ່າໂນ້ຍ. ນັ້ນແມ່ນບັນດາປະເທດທີ່ຕ້ອງຮ່ວມມືກັນຢ່າງກົມກ່ຽວເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ, ເພີ່ມທະວີການຮ່ວມມືໃນບັນດາບັນຫາການເມືອງ ແລະ ເສດຖະກິດ. ພ້ອມກັນນັ້ນ, ສິ່ງສຳຄັນແມ່ນ ຕ້ອງກະທຳບົນຫຼັກການເຄົາກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງກັນ ແລະ ຮັບປະກັນພື້ນຖານຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກຕັດແຍກ”. ທ່ານປະທານາທິບໍດີ Putin ຖືວ່າ ອະນາຄົດຂອງພາກພື້ນ ອາຊີ - ປາຊີຟິກ ແມ່ນຂຶ້ນກັບຄວາມສາມັກຄີຂອງບັນດາປະເທດຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໄພນາບຂູ່ທີ່ພວມເກີດຂຶ້ນ, ພ້ອມທັງຂຶ້ນກັບເຈດຕະນາດີການຮ່ວມມືເພື່ອການພັດທະນາລວມ ແລະ ຍືນຍົງ ແລະ ລັດເຊຍ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມດັ່ງກ່າວ.
(ແຫຼ່ງຄັດຈາກ VOV)