• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ລັດເຊຍ ອອກຖະແຫຼງການຮ່ວມກ່ຽວກັບສະຖຽນລະພາບຍຸດທະສາດ

      ອາເມລິກາ ແລະ ລັດເຊຍ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບສະຖຽນລະພາບຍຸດທະສາດ ພາຍຫຼັງການພົບປະສຸດຍອດ ຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ເຊີແນວ ໃນວັນທີ 16 ມິຖຸນາ.
ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)
      ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຊີ້ແຈ້ງວ່າ ນັບທັງໃນຈຸດເວລາທີ່ເຄັ່ງຕຶງທີ່ສຸດ, ອາເມລິກາ ແລະ ລັດເຊຍ ຍັງສາມາດບັນລຸໄດ້ຄວາມຄືບໜ້າໃນບັນດາເປົ້າໝາຍລວມ ເພື່ອແນໃສ່ຮັບປະກັນລັກສະນະທີ່ອາດຄາດຄະເນໃນຂົງເຂດຍຸດທະສາດ, ຫຼຸດຜ່ອນຄວາມສ່ຽງໃນການປະທະກັນປະກອບອາວຸດ ແລະ ໄພນາບຂູ່ສົງຄາມນິວເຄຼຍ. ຕາມຖະແຫຼງການຮ່ວມ ລະຫວ່າງປະທານາທິບໍດີ ສອງປະເທດແລ້ວ, ການຕໍ່ກຳນົດເວລາ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ ຫວ່າງມໍ່ໆມານີ້ ແມ່ນຕົວຢ່າງໜຶ່ງໃຫ້ແກ່ຄຳໝັ້ນສັນຍາຂອງສອງປະເທດ ສຳລັບການຄວບຄຸມອາວຸດນິວເຄຼຍ. ປະທານາທິບໍດີສອງປະເທດ ຢັ້ງຢືນຄືນກົດເກນທີ່ ຈະບໍ່ມີຜູ້ໃດໄດ້ຮັບໄຊນະນະໃນສົງຄາມນິວເຄຼຍ ແລະ ສິ່ງດັ່ງກ່າວ ຈະບໍ່ສາມາດເກີດຂຶ້ນໄດ້.  ອາເມລິກາ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນໃນການໂອ້ລົມສົນທະນາກ່ຽວກັບສະຖຽນລະພາບຍຸດທະສາດ ໃນອະນາຄົດໃກ້ໆນີ້ ແລະ ຜ່ານນັ້ນ ກໍຊອກຫາວິທີສ້າງພື້ນຖານໃຫ້ແກ່ບັນດາມາດຕະການຫຼຸດຜ່ອນຄວາມສ່ຽງ ແລະ ຄວບຄຸມອາວຸດນິວເຄຼຍ ໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)
 
 

ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ກິ່ນຫອມຂອງຖົ່ວດິນ, ຂີງ ປະສົມກັບນ້ຳຕານອ້ອຍ ໄດ້ສ້າງເປັນລົດຊາດຫອມແຊບ, ເຮັດໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດບໍ່ອາດລືມເມື່ອໄດ້ກິນເຂົ້າໜົມ ກູເດີ ຫ່າຕິ້ງ. ດ້ວຍລົດຊາດພິເສດສະເພາະ, ເຂົ້າໜົມກູເດີ ໄດ້ຢັງຢືນເຄື່ອງໝາຍການຄ້າໃນແຜນທີ່ອາຫານການກິນແຫ່ງຊາດ, ໄດ້ຮັບການເຊີດຊູໃນ “Top 100 ເຍື່ອງອາຫານ, ຂອງຕ້ອນພິເສດຂອງ ຫວຽດນາມ”.

Top