• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນຫາ ສປປ.ເກົາຫຼີ

ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ 
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump
(ພາບ: TTXVN)
       ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ບັນ​ດາ​ບັນຫາ ສປປ.​ເກົາ​ຫຼີ ​ໃນ​ສະພາບ​ການ ພຽງ​ຢາງ ສືບ​ຕໍ່​ດຳ​ເນີນ​ໂຄງການ​ອາວຸດ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ນຳ​ວິຖີ. ຫຼັກ​ໝັ້ນ​ດັ່ງກ່າວ ໂດຍການ​ນຳ 2 ທ່ານ​ຢືນຢັນ​ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ​ໃນ​ວັນ​ທີ 09/04. ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ພວ​ມຕິດຕາມ​ປະຕິກິລິຍາຂອງ ຈີນ ສຳລັບ​ບັນດາການ​ກະທຳ​ຂອງ ສປປ.​ເກົາຫຼີ. ການ​ນຳ 2 ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຄວາມ​ສາມັກຄີ, ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 3 ປະ​ເທດ ຍີ່ປຸ່ນ - ອາ​ເມ​ລິ​ກາ - ສ.​ເກົາ​ຫຼີ ​ເພື່ອ​ຮັບ​ມື​ຕໍ່ ສປປ.​ເກົາ​ຫຼີ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top