• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຈີນ ໃກ້ທີ່ຈະບັນລຸຂໍ້ຕົກລົງການຄ້າສະບັບໃຫຍ່

      ວັນທີ 03 ມີນາ, ບັນດາແຫຼ່ງຂ່າວຈາກ ອາເມລິກາ ໃຫ້ຮູ້ວ່າ: ປະເທດນີ້ ອາດຈະຍົກເລີກບັນດາປະເພດພາສີອາກອນທັງໝົດ ຫຼື ເກືອບທັງໝົດສຳລັບສິນຄ້າຂອງ ຈີນ ຄືເປັນສ່ວນໜຶ່ງຂອງຂໍ້ຕົກລົງການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກນີ້. 

(ພາບປະກອບ)   
ໃນບັນດາກອງປະຊຸມເຈລະຈາກັບ ອາເມລິກາ ຫວ່າງແລ້ວນີ້, ປັກກິ່ງ ໄດ້ສະແດງໃຫ້ເຫັນທັດສະນະທີ່ຈະແຈ້ງກັບ ວໍຊິງຕັນ ວ່າ ສິ່ງຈຳເປັນເພື່ອບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍແມ່ນ ອາມາລິກາ ຕ້ອງຢຸດຕິເລື່ອງເພີ່ມອັດຕາພາສີສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ຂອງ ຈີນ. ກ່ອນໜ້ານັ້ນ, ໜັງສືພິມ Wall Street Joural ຕີລາຄາວ່າ ປັດຈຸບັນ ອາເມລິກາ ແລະ ຈີນ ໄດ້ເຈລະຈາ ຂໍ້ຕົກລົງດ້ານການຄ້າສຳເລັດເກືອບທັງໝົດ. ລະອຽດແມ່ນ, ຈີນ ໄດ້ເຫັນດີເປັນເອກະພາບຫລຸດຜ່ອນພາສີ ຫຼື ຜ່ອນຜັນການຈຳກັດສຳລັບຜະລິດຕະພັນກະເສດ, ທາດເຄມີ, ລົດໂອໂຕ ແລະ ບັນດາຜະລິດຕະພັນອື່ນໆຂອງ ອາເມລິກາ. ນອກນັ້ນ, ຈີນ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຍູ້ແຮງເລື່ອງຍົກເລີກບັນດາສິ່ງຈຳກັດກ່ຽວກັບກຳມະສິດຂອງຕ່າງປະເທດສຳລັບບັນດາໂຄງການລົດໂອໂຕ ແລະ ຫລຸດຜ່ອນອັດຕາພາສີສຳລັບລົດໂອໂຕນຳເຂົ້າລົງຕ່ຳກ່ວາລະດັບພາສີ 15% ຄືໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top