• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ - ຈີນບັນລຸໄດ້ຄວາມຄືບໜ້າໃນການເຈລະຈາດ້ານການຄ້າ

      ວັນທີ 1 ພະຈິກ, ຈີນ ແລະ ອາເມລິກາ ລ້ວນແຕ່ປະກາດວ່າ ບັນລຸໄດ້ຄວາມຄືບໜ້າມຸ່ງໄປເຖິງການສຳເລັດ ໄລຍະ 1” ຂອງຂໍ້ຕົກລົງດ້ານການຄ້າສອງຝ່າຍ, ພາຍຫຼັງ ການຈັດວາງພາສີໂຕ້ຕອບກັນເປັນເວລາເກືອບ 16 ເດືອນ ເຮັດໃຫ້ການເຕີບໂຕທົ່ວໂລກຊັກຊ້າ. 

ທ່ານ Robert Lighthizer ຜູ້ຕາງໜ້າການຄ້າອາເມລິກາ, ທ່ານ ຫຼຽວເຄືອຮອງນາຍົກລັດຖະມົນຕີຈີນ ແລະ ທ່ານ Steven Mnuchin ລັດຖະມົນຕີການເງິນອາເມລິກາ ຢູ່ການເຈລະຈາດ້ານການຄ້າຢູ່ ວໍຊິງຕັນ ໃນວັນທີ 10 ຕຸລາ 2019 (ພາບ: AFP/TTXVN) 
      ສອງຝ່າຍໄດ້ດຳເນີນການປຶກສາຫາລືຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາການຄ້າຫຼັກແຫຼ່ງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບດ້ານຫຼັກການ. ປັດຈຸບັນ, ສອງຝ່າຍຍັງສືບຕໍ່ເຮັດວຽກເພື່ອເຫັນດີເປັນເອກະພາບຕໍ່ບັນດາມາດຕາໃນຂໍ້ຕົກລົງເພື່ອໃຫ້ໄດ້ລົງນາມໃນທ້າຍເດືອນນີ້.
            ແລະ ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານພວມຊັ່ງຊາຕໍ່ການປ່ຽນສະຖານທີ່ດຳເນີນການພົບປະກັບທ່ານ ປະທານປະເທດຈີນ  ສີຈິ້ນຜິງ. ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Donald Trump ໃຫ້ຮູ້ວ່າ ບັນດາການເຈລະຈາກັບຈີນ “ພວມມີຄວາມຄືບໜ້າ”, ແລະກໍ່ ເນັ້ນໜັກວ່າ ບໍ່ຢາກເປີດເຜີຍລາຍລະອຽດຕື່ມອີກຈົນຮອດເວລາ ຂໍ້ຕົກລົງສຳເລັດ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top