• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຈີນ ຮຽກຮ້ອງໃຫ້ອາຊຽນ+3 ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ເສດຖະກິດ

ຕາມສຳນັກຂ່າວສານຊີນຮົວແລ້ວ, ໃນວັນທີ 04 ມິຖຸນາ ທ່ານລັດຖະມົນຕີກະຊວງການຄ້າ ຈີນ ຈຸງຊານ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມືລວມມີ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ (ອາຊຽນ+3) ເພີ່ມທະວີການຮ່ວມມືໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ການພັດທະນາເສດຖະກິດ.  

ທ່ານລັດຖະມົນຕີກະຊວງການຄ້າ ຈີນ ຈຸງຊານ (ພາບ: Reuters) 

ທ່ານ ຈຸງຊານ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການກັບບັນດາປະເທດໃນພາກພື້ນຮັບມືກັບເຊື້ອພະຍາດ ແລະ ຈະສືບຕໍ່ໜູນຊ່ວຍບັນດາປະເທດເຫຼົ່ານີ້ຊື້ອຸປະກອນການແພດຈາກ ຈີນ. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ+3 ເພີ່ມທະວີການຮ່ວມມືການຄ້າ - ການລົງທຶນ ແລະ ເປີດກວ້າງລະບົບສະໜອງກໍ່ຄືອຸດສາຫະກຳໃນພາກພື້ນ, ພ້ອມທັງຮັກສາລ່ວງຕະຫຼອດບັນດາການເຄື່ອນໄຫວໄປມາຂອງປະຊາຊົນ ແລະ ບໍລິການພະລາທິການ, ແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19 ແລະ ຟື້ນຟູທ່າເຕີບໂຕເສດຖະກິດພາກພື້ນໂດຍໄວ.

ໃນຂອບເຂດທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີກ່ຽວກັບລະດັບຄວາມສຳຄັນຂອງຄວາມມານະພະຍາຍາມເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດສຳລັບການຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top