ນີ້ແມ່ນກອງປະຊຸມທີ່ນອນໃນຂອບເຂດຂໍ້ລິເລີ່ມລວມຂອງ ຫວຽດນາມ - ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມື EAS ເມື່ອຮັບມືກັບໂຄວິດ-19 ແລະ ບັນດາກໍລະນີການແພດສາທາລະນະສຸກເສີນໃນອະນາຄົດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)
ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງ SOM ອາຊຽນ ຂອງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມື EAS ຈົ່ງສືບຕໍ່ຕັ້ງໜ້າສະໜັບສະໜູນ ແລະ ໜູນຊ່ວຍບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນການຮັບມືກັບໂຄວິດ-19 ແລະ ບັນດາໂລກລະບາດໃນອະນາຄົດ.
ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍ່ປາດຖະໜາຢາກສືບຕໍ່ຍົກສູງປະສິດທິຜົນການຮ່ວມມື EAS ໃນການຄວບຄຸມ ແລະ ສະກັດກັ້ນໂລກລະບາດ, ພ້ອມທັງຫລຸດຜ່ອນການກະທົບຕໍ່ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ; ພ້ອມທັງຢືນຢັນວ່າ ບັນດາຄວາມມານະພະຍາຍາມ ພ້ອມກັບບັນດາຂໍ້ລິເລີ່ມທີ່ມີຢູ່ແລ້ວຂອງ ອາຊຽນ ພ້ອມກັບຜົນງານແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມື EAS ແມ່ນພື້ນຖານສຳຄັນ ເພື່ອສືບຕໍ່ຍູ້ແຮງການຮ່ວມມື EAS ເພື່ອເປົ້າໝາຍນີ້.
(ແຫຼ່ງຄັດຈາກ VOV)