• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ​​ຮັບ​ມື​ກັບ​ໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​ພໍ​ສົມຄວນ ດ້ວຍ​ບົດບາດ​ເປັນ​ປະທານ​ອາຊຽນຂອງຫວຽດນາມ

ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີພໍສົມຄວນ ເມື່ອຫວຽດນາມ ຮັບບົດບາດເປັນປະທານໝູນວຽນ ໃນປີ 2020, ນັ້ນແມ່ນການຕີລາຄາລວມຂອງບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ທີ່ກອງປະຊຸມປຶກສາຫາລືທາງອອນລາຍ ດ້ວຍຫົວຂໍ້ “ອາຊຽນ ຢູ່ໃສ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍສູນກົດໝາຍສາກົນ ສັງກັດມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຈັດຕັ້ງຂຶ້ນໃນວັນທີ 20 ພຶດສະພາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຸດຍອດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 (ພາບ: TTXVN)

ບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ຢູ່ ສິງກະໂປ ຖືວ່າ ຄວາມຈິງແລ້ວ ອາຊຽນ ປະຕິບັດໄດ້ດີຫຼາຍ ດ້ວຍຄວາມເປັນເອກະພາບໃນພາກພື້ນ, ບໍ່ພຽງແຕ່ໃນການຮັບມືກັບໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງໃນການສ້າງຄວາມດຸ່ນດ່ຽງໃນສາຍພົວພັນກັບບັນດາຄູ່ຮ່ວມມືຫຼັກແຫຼ່ງອີກດ້ວຍ.

        ເມື່ອໄດ້ຖາມກ່ຽວກັບຄວາມຮັບຜິດຊອບຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ, ທ່ານນາງຕ່າວທິແທັງເຮືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສິງກະໂປ ຖືວ່າ ໂລກລະບາດໂຄວິດ - 19 ເກີດຂຶ້ນ ໄດ້ເຮັດໃຫ້ຫຼາຍກອງປະຊຸມຂອງ ອາຊຽນ ຖືກໂຈະໄວ້. ເຖິງວ່າໃດກໍຕາມ, ດ້ວຍຖານະເປັນປະທານໝູນວຽນ ອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກໃນກຸ່ມ ໄດ້ “ມີການກະທໍາຢ່າງວ່ອງໄວ, ເໝາະສົມ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ” ບໍ່ພຽງແຕ່ພາຍໃນກຸ່ມເທົ່ານັ້ນ ຫາກຍັງກັບບັນດາຄູ່ຮ່ວມມືອີກດ້ວຍ. ທ່ານນາງເອກອັກຄະລັດຖະທູດ ຕ່າວທິແທັງເຮືອງ ເນັ້ນໜັກວ່າ ການຮ່ວມມື, ສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດໃນ ອາຊຽນ ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດ, ປົກປ້ອງຊີວິດຂອງປະຊາຊົນ ແລະ ຄໍ້າປະກັນດ້ານສະບຽງອາຫານ.

        ບັນດານັກຮຽນຮູ້ແຖວໜ້າຂອງສິງກະໂປ ກໍຕີລາຄາວ່າ ຫວຽດນາມ ໄດ້ປະດຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ດ້ວຍຖານະທັງເປັນປະເທດເອກະລາດ ແລະ ທັງເປັນປະເທດປະທານໝູນວຽນຂອງ ອາຊຽນ. 

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top