• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີການຮ່ວມມືເຊື່ອມຕໍ່ພາກພື້ນ ແລະ ບັນດາຄູ່ຮ່ວມມື

      ວັນທີ 25 ມິຖຸນາ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ໃນປີ 2021 ຂອງ ຄະນະປະສານງານເຊື່ອມຕໍ່ ອາຊຽນ (ACCC 2/2021) ຕາມຮູບການທາງອອນລາຍ.
ກອງປະຊຸມຄັ້ງທີ 2 ໃນປີ 2021 ຂອງ ຄະນະປະສານງານເຊື່ອມຕໍ່ ອາຊຽນ (ACCC 2/2021) 
      ກອງປະຊຸມໄດ້ຢັ້ງຢືນ ແລະ ຕີລາຄາສູງວິວັດທະນາການຢ່າງຕັ້ງໜ້າໃນການຜັນຂະຫຍາຍແຜນການສັງລວມເຊື່ອມຕໍ່ ອາຊຽນ 2025 (MPAC 2025). ໃນໄລຍະຈະມາເຖິງ, ອາຊຽນ ຈະ ສຸມກຳລັງແຮງ, ຂົນຂວາຍບັນດາຄູ່ຮ່ວມມືເຂົ້າຮ່ວມການໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການໃນບັນດາຂົງເຂດຍຸດທະສາດ. ນອກຈາກນັ້ນ, ກອງປະຊຸມກໍ່ໄດ້ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີການໂຄສະນາ, ເຜີຍແຜ່ຂໍ້ມູນກ່ຽວກັບເນື້ອໃນ ແລະ ຜົນປະໂຫຍດໃນວົງກວ້າງຂອງ MPAC 2025, ສືບຕໍ່ຊຸກຍູ້ຍຸດທະສາດໂຄສະນາເຜີຍແຜ່ຂອງ MPAC 2025 ໃນປີ 2021. ກອງປະຊຸມກໍ່ເຫັນດີເປັນເອກະພາບເພີ່ມທະວີກົນໄກປະສານງານ, ແລະ ເຊື່ອມຕໍ່ການຜັນຂະຫຍາ MPAC 2025 ດ້ວຍບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນ ແລະ ບັນດາຄູ່ຮ່ວມມືຂອງ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top