• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດ

      ຕອນບ່າຍວັນທີ 07 ກຸມພາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ.

ອັດວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)
      ກ່ອນທີ່ຈະອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງໃຫ້ສັດຕະຍາບັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ໄປປະຈຳຢູ່ບາງປະເທດອາຍຸການ 2018 – 2021; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກາຍຍະກຳ, ກິລາ.
        ກ່າວຄຳເຫັນສິ້ນສຸດການປຶກສາຫາລືກ່ຽວກັບເນື້ອໃນນີ້, ທ່ານນາງຮອງປະທານສະພາແຫ່ງຊາດຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ ກິລາກາຍຍະກຳ ແມ່ນຂົງເຂດທີ່ກ່ຽວຂ້ອງເຖິງບັນຫາມະນຸດ ແລະ ບັນດາຂົງເຂດອື່ນໆ ຄືບັນຫາວັດທະນະທຳ, ປະຫວັດສາດ, ກ່ຽວກັບຮູບພາບປະເທດ, ຊາວ ຫວຽດນາມ…ເພາະສະນັ້ນ, ເລື່ອງປັບປຸງ, ເພີ່ມເຕີມ, ຮັບເອົາຄຳເຫັນ, ສ້າງຮ່າງກົດໝາຍ ຕ້ອງລະມັດລະວັງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top