• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານບຸນກາເຟ ບວນເມທວດ ຄັ້ງທີ 6

ພິ​ທີ​ອັດ​​ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6
      ຕອນ​ຄ່ຳ​ວັນ​ທີ 13/3, ຢູ່​ແຂວງ ດັກ​ລັກ, ໄດ້​​ດຳ​ເນີນ​ພິ​ທີ​ອັດ​ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6 ແລະ ງານ​ບຸນຄ​້ອງ ໄຕ​ງວຽນ ປີ 2017. ດ້ວຍ​ຈຸດ​ໃຫມ່ຫຼາຍ​ຢ​່າງ, ງານ​ບຸນ ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ດັກ​ລັກ ເວົ້າ​ສ​ະ​ເພາະ ແລະ ​ເຂດໄຕ​ງວຽນ ເວົ້າ​ລວມ. ປະ​ຊາ​ຊົນ​​ໄດ້ເຂົ້າ​ຮ່ວມ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານບ​ຸນ ຢ່າງ​ຕັ້ງ​ໜ້າ. ງານ​ບຸນ​ດັ່ງ​ກ່​າ​ວ ໄດ້​ດຶງ​ດູ​ດ​ແຂກ​ທ່ອງ​ທ່ຽວ​ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​​ເທດ​ເຂົ້າ​ຮ່ວມ​ປະ​ມານ 20.000 ເທື່ອ​ຄົນ​. ງານ​ບຸນ ກາ​ເຟ ບວນ​ເມ​ທວດ ຄັ້ງ​ທີ 6 ແລະ ງານ​ມະ​ໂຫລານຄ​້ອງ ໄຕ​ງວຽນ ປີ 2017 ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ສິ່ງຍອດ​​ຍິ່ງ - ເສີມ​ຂະ​ຫຍາຍ​ສີ​ສັນ - ຮ່ວມ​ສຳ​ພັນ​ພັດ​ທະ​ນາ” ​ເຊິ່ງໄດ້​​ດຳ​ເນີນ​ແຕ່​ວັນ​ທີ 8 – 13/3 ຢູ່​ນະ​ຄອນ ບວນ​ເມ​ທວດ ແລະ ບັນ​ດາ​ເມືອງ, ເທດ​ສະ​​ບານຂອງ​ແຂວງ ດັກ​ລັກ. ງານ​ບຸນ ບໍ່​ພຽງ​ແຕ່​ສືບ​ຕໍ່​ໂຄ​ສ​ະ​ນາ, ຍົກ​ສູງ​ຄຸນ​ຄ່າ​ຂອງ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ບວນ​ເມ​ທວດ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ກຳ​ນົດ​​ທີ່​ຕັ້ງ​ເຄື່ອງ​ໝາຍ​ການ​ຄ້າ​ທ້ອງ​ຖິ່ນ​ຂອງ​ແຂວງ ດັກ​ລັກ ອີກ​ດ້ວຍ. ໄປ​ຄຽງ​ຄູ່​ກັບ​ພາບ​ພົດ​ຂອງ ກາ​ເຟ, ແຂວງ ດັກ​ລັກ ​ໄດ້ຕັດ​ສິນ​ໃຈ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ຄ້ອງ ໄຕ​ງວຽນ, ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ລົງ​ທຶນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ, ຕ່າງ​ປະ​ເທດ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໃນ​​​ບໍ​ລິ​ເວນເຂດ ​ໄຕ​ງວຽນ ເວົ້າ​ລວມ, ແຂວງ ດັກ​ລັກ ເວົ້າ​ສະ​ເພາະ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top