• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 28 ຂອງ ຄະນະປະຈໍາສະພາແຫ່ງຊາດ

      ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 28 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ອັດລົງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄໍາເຫັນທີ່ພິທີອັດ (ພາບ:TTXVN)
      ກ່າວຄໍາເຫັນທີ່ພິທີອັດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາວ່າ ຄະນະປະຈໍາສະພາແຫ່ງຊາດໄດ້ສໍາເລັດ ໂຄງການດໍາເນີນງານໃນກອງປະຊຸມຄັ້ງທີ 28; ຕົກລົງບາງບັນຫາທີ່ສໍາຄັນຕາມສິດອໍານາດ. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີລັດຖະບານ,  ສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະປະຈໍາສະພາຊົນເຜົ່າ, ບັນດາກໍາມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ ສະພາແຫ່ງຊາດ ຈົ່ງສືບຕໍ່ຄົ້ນຄວ້າ ປະກອບບັນດາເອກະສານໃຫ້ສໍາເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ; ພ້ອມທັງ, ສ້າງສໍາເລັດບັນດາມະຕິກ່ຽວກັບບຸກຄະລາກອນ ແລະ ມະຕິກ່ຽວກັບບັນດາຫົວໜ່ວຍປົກຄອງ ຂອງແຂວງບິງເຟຶອກ ເພື່ອຍື່ນສະເໜີເຊັນປະກາດໃຊ້.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top