• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອວຍພອນປີສາມັກຄີມິດຕະພາບຫວຽດນາມ-ລາວ

      ວັນທີ 14 ກໍລະກົດ, ໃນບັນຍາກາດທີ່ເບີກບານມ່ວນຊື່ນ ເມື່ອ 2 ປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ແລະ ຄະນະພະນັກງານກະຊວງການຕ່າງປະເທດຫວຽດນາມ ໄດ້ໄປສະຖານທູດລາວ ປະຈຳຫວຽດນາມ ອວຍພອນທ່ານເອກອັກຄະລັດຖະທູດ ທອງສະວັນ ພົບວິຫານ, ພ້ອມກັບບັນດາພະນັກງານ, ພາລະກອນຂອງສະຖານທູດ.
(ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ອວຍພອນ
ທ່ານເອກອັກຄະລັດຖະທູດ ທອງສະວັນ ພົບວິຫານ, ພ້ອມກັບບັນດາພະນັກງານ, ພາລະກອນຂອງສະຖານທູດ)
      ທີ່ການພົບປະ, ທ່ານຮອງລັດຖະມົນຕີຕ່າງປະເທດ ບຸ່ຍແທງເຊີນ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງປີ 2017 - ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ; 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05/09/1962 – 05/09/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ ແລະ ຖືວ່າ ເລື່ອງ 2 ປະເທດຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງບັນດາເຫດການດັ່ງກ່າວແມ່ນມີຄວາມໝາຍສຳຄັນຍິ່ງ ໃນການຊຸກຍູ້ການໂຄສະນາ, ສຶກສາມູນເຊື້ອກ່ຽວກັບສາຍພົວພັນແບບພິເສດຫວຽດນາມ - ລາວ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ.
        ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາມໃດກໍນັບຖື, ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນແບບພິເສດລະຫວ່າງລາວ ແລະ ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top