• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ

ຕອນບ່າຍວັນທີ 08 ກັນຍາ, ທ່ານ ຟ້າມມິງຈີ໋ງ ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເຂດອຸທົກກະໄພຢູ່ເມືອງ ເມື່ອງລາດ, ແຂວງ ແທງຮ໋ວາ.

ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ 
ເມື່ອສຳຫລວດສະພາບຕົວຈິງວຽກງານແກ້ໄຂບັນດາສະຖານທີ່ອຸດຕັນທາງຄົມມະນາຄົມ ເຮັດໃຫ້ ເມື່ອງລາດ ຖືກຕັດແຍກເປັນໃນເວລາເກືອບ 10 ວັນ,  ທ່ານ ຟ້າມມິງຈີ໋ງ ຮຽກຮ້ອງໃຫ້ແຂວງ ແທງຮ໋ວາ ລະດົມກຳລັງບຸກຄະລາກອນ, ພາຫະນະອຸປະກອນ, ຊີ້ນຳຢ່າງຂ້ຽວຂາດເພື່ອໃຫ້ທາງຄົມມະນາຄົມລຸລ່ວງໃນໄລຍະໄວທີ່ສຸດ. ທ່ານ ຟ້າມມິງຈີ໋ງ ກໍ່ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ແບ່ງປັນຄວາມຫຍຸ້ງຍາກໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ປ້ອງ, ຕາແສງ ຕາມຈູງ ພວມຖືກຍົກຍ້າຍຊົ່ວຄາວຢູ່ໂຮງຮຽນປະຖົມ, ພ້ອມມັງມອບຂອງຂວັນບໍລິຈາກຂອງຄະນະຈັດຕັ້ງສູນກາງພັກໃຫ້ແກ່ບັນດາຄອບຄົວຖືກເສຍຫາຍຈາກໄພທຳມະຊາດຜ່ານມາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top