• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະກຳມະການກວດກາສູນກາງຕ້ອນຮັບເອກອັກຄະລັດຖະທູດລາວ


ທ່ານ ​ເຈິ່ນກວົກ​ເວື້ອງ, ຫົວໜ້າ​ຄະນະ​ກຳມະການ​
ກວດກາ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ
(ພາບ: baonghean)

      ​ຕອນ​ບ່າຍ​ວັນ​ທີ 20/5, ຢູ່ ຮ່າ​ໂນ​້ຍ, ທ່ານ ​ເຈິ່ນກວົກ​ເວື້ອງ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ທອງ​ສະຫວັນ ພົມວິຫານ, ​ເອກ​ອັກຄະ​ລັດຖະທູດ​ລາວປະຈຳ ຫວຽດນາມ​ເຂົ້າ​ຢ້ຽມ​ຄຳນັບ, ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ ​ເຈິ່ນກວົກ​ເວື້ອງສະ​ແດງ​ຄວາມ​ປາຖະໜາ​ວ່າ, ທ່ານ​ເອກ​ອັກຄະ​ລັດຖະທູດ ທອງ​ສະຫວັນ ພົມວິຫານ ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ທີ່ສຳຄັນ ​ເພື່ອ​ຊ່ວຍ​ບັນດາ​ພະນັກງານ, ຂະ​ແໜງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ທ້ອງ​ຖີ່​ນ, ​ໃນ​ນັ້ນ​ມີ​ສອງ​ອົງການ​ກວດກາ​ສູນ​ກາງ​ຂອງ​ສອງພັກ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ, ຊ່ວຍ​ເລືອ​ກັນ​ພັດທະນາ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ ທອງ​ສະຫວັນ ພົມວິຫານ ກໍ່​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ກວ່າ​ເກົ່າ.
(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top