• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ການ​ຮ່ວມ​ມື​ຢູ່ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ.

   ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ສະມາຄົມ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ ແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ (ພາບ: TTXVN)

ນອກຈາກນັ້ນ, ການນຳສອງປະເທດກໍໄດ້ແລກປ່ຽນກ່ຽວກັບບັນດາວິທີການລະອຽດ ເພື່ອຊຸກຍູ້ສາຍພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ພ້ອມທັງເຫັນດີສະໜັບສະໜູນລັດຖະບານສອງປະເທດສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດ ເປັນຕົ້ນແມ່ນ ທ່າກ່ຳປັ່ນ ຫວູງອ໊າງ 1,2,3, ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ - ຫວູງອ໊າງ, ສວນອຸດທິຍານມິດຕະພາບ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ສະໜາມບິນ ໜອງຄ້າງ, ໂຮງໝໍ ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ.

        ໃນຕອນບ່າຍຂອງວັນດຽວກັນ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ; ທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແລະ ທ່ານ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ. ຫຼັງຈາກນັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຍັງໄດ້ໃຫ້ການຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ແລະ ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ຄຳໃບ ດຳລັດ.

        ຕອນຄ່ຳວັນທີ 9 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເປັນເຈົ້າພາບຈັດຕັ້ງງານລ້ຽງຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top