• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພວມ​ເປ​ີດ​ປະ​ຕ​ູ​ເສດ​ຖະ​ກິດ​ຄືນ​ໃໝ່​ເທື່ອ​ລະ​ກ້າວ

ຫວຽດນາມ ພວມເປີດປະຕູເສດຖະກິດຄືນໃໝ່ເທື່ອລະກ້າວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Patrick Haverman, ຮອງຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ.
ຖະໜົນຫົນທາງນະຄອນ ໂຮ່ຈີມິນ ພາຍຫຼັງຜ່ອນຜັນມາດຕະການປ້ອງກັນ, ຕ້ານໂລກລະບາດ - 19 (ພາບ: baotintuc.vn)

ດ້ວຍອັດຕາຜູ້ສັກວັກຊິນນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ພວມເປີດປະຕູເສດຖະກິດຄືນໃໝ່ເທື່ອລະກ້າວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Patrick Haverman, ຮອງຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ. ທ່ານຖືວ່າ ດ້ວຍການສັບຊ້ອນເປົ້າໝາຍສັກວັກຊິນ, ໃຫ້ບູລິມະສິດແກ່ຜູ້ທີ່ມີຄວາມສ່ຽງສູງ, ຫວຽດນາມ ສາມາດເປີດປະຕູເສດຖະກິດຄືນໃໝ່ຢ່າງລະມັດລະວັງເທື່ອລະກ້າວ.

        ທ່ານ Patrick Haverman ຖືວ່າ ຫວຽດນາມ ອາດຈະໜູນຊ່ວຍການເຕີບໂຕ, ວຽກເຮັດງານທຳ ແລະ ລາຍຮັບ ດ້ວຍໂຄງການໜູນຊ່ວຍເງິນສົດທີ່ຫຼາຍກວ່າ ໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ໂດຍບໍ່ຢ້ານຖືກໄພເງິນເຟີ້ ຫຼື ສົ່ງຜົນກະທົບຫຍໍ້ທໍ້ຕໍ່ດຸ່ນການຊຳລະ.

        ເພື່ອບັນລຸໄດ້ເປົ້າໝາຍຄວບຄູ່ ນັ້ນແມ່ນ ໜູນຊ່ວຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ກະຕຸ້ນການເຕີບໂຕເສດຖະກິດ, ທ່ານ Patrick Haverman ຖືວ່າ ຫວຽດນາມ ຄວນຜັນຂະຫຍາຍໂຄງການໜູນຊ່ວຍເງິນສົດຍິ່ງໄວກໍຍິ່ງດີ. ວິທີຜັນຂະຫຍາຍໄວທີ່ສຸດແມ່ນ ນຳໃຊ້ບ້ວງເງິນໜູນຊ່ວຍໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 6 ປີ ແລະ ຜູ້ມີອາຍຸ ແຕ່ 60 ປີ ຂຶ້ນໄປ, ຜູ້ນອນໃນເປົ້າໝາຍສັງຄົມສົງເຄາະ ໃນທັນທີ ດ້ວຍເງື່ອນໄຂເປັນຄົນພິການ ແລະ ບໍ່ໄດ້ກິນເງິນບຳນານ.  

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top