• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດສະ​ເພາະ​ 10ປະ​ເທດ​ກຳ​ມະ​ການບໍ່​ປະ​ຈຳ​ການ​ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກັ​ບ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ດ້ວຍບົດບາດເປັນຜູ້ປະສານງານຂອງກຸ່ມ 10 ປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ (E10) ໃນເດືອນພຶດສະພາ 2020. ວັນທີ 21 ພຶດສະພາທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ໄດ້ເປັນປະທານການແລກປ່ຽນບໍ່ເປັນທາງການທາງອອນລາຍຄັ້ງທຳອິດລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດ E10 ກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.

 ກອງປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ພາບ: TTXVN)

ເມື່ອແບ່ງປັນຄຳເຫັນຂອງ ບັນດາປະເທດ E10, ທ່ານ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ໃນຊຸມເດືອນຜ່ານມາ ໃນການຮັບມືກັບໂລກລະບາດ, ທ່ານກໍ່ຖືວ່າ ບັນດາຄວາມມານະພະຍາຍາມດັ່ງກ່າວທັງມີຄວາມໝາຍແທດຈິງເພື່ອແນໃສ່ສະກັດກັ້ນການແຜ່ລາມໃນວົງກ້ວາງຂອງໂລກລະບາດ, ກູ້ຊ່ວຍບັນດາຜູ້ປະສົບເຄາະຮ້າຍ, ທັງຢັ້ງຢືນພາບພົດ, ບົດບາດຕັ້ງໜ້າຂອງ ສປຊດ້ວຍຖານະແມ່ນອົງການສາກົນໃຫຍ່ທີ່ສຸດຂອງໂລກ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາລວມຂອງປະຊາຄົມ. ທ່ານ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ຫວຽດນາມຈະພ້ອມກັບບັນດາປະເທດ E10, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊອື່ນ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ທ່ານເລຂາທິການໃຫຍ່ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຮັບມືກັບໂລກລະບາດ, ຊຸກຍູ້ການພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top