• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ

ທິມຊາດຫວຽດນາມ ເຂົ້າຮ່ວມ ການສອບເສັງ Olympic IT ສາກົນ ຄັ້ງທີ 31 ໄດ້ຮັບຫຼຽນຄໍາ 02 ຫຼຽນ, ຫຼຽນເງິນ 01 ຫຼຽນ ແລະ ຫຼຽນທອງ 01 ຫຼຽນ.

ນັກຮຽນ 04 ຄົນຂອງ ທິມຊາດຫວຽດນາມ (ພາບ: ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ)

ການສອບເສັງ Olympic IT ສາກົນ ປີ 2019 ຖືກຈັດຂຶ້ນຢູ່ ອາແຊກໄບຢານ ໂດຍມີນັກຮຽນ 327 ຄົນ ທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ທິມຊາດຫວຽດນາມ ລວມມີນັກຮຽນ 04 ຄົນ ແລະ ນັກຮຽນລວມທັງໝົດ 04 ຄົນ ລ້ວນແຕ່ຍາດໄດ້ຫຼຽນຄໍາ. ດ້ວຍອັດຕາສ່ວນຍາດໄດ້ຫຼຽນແມ່ນ 100%, ທິມຊາດຫວຽດນາມ ຢືນອັນດັບທີ 04 ພ້ອມກັບ  ສ.ເກົາຫຼີ ໂດຍຖັດມາຈາກ ລັດເຊຍ, ຈີນ ແລະ ອາເມລິກາ. ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ທີ່ຕັ້ງຂອງນັກຮຽນສາມັນຫວຽດນາມ ໃນເວທີແຂ່ງຂັນພູມປັນຍາສາກົນ ແລະ ຢັ້ງຢືນໃຫ້ເຫັນຄວາມມານະພະຍາຍາມຂອງໂຮງຮຽນແຫ່ງຕ່າງໆ, ນັກຮຽນ, ຄູອາຈານ ທີ່ໄດ້ເຂົ້າຮ່ວມວຽກງານເລືອກເຟັ້ນ, ບໍາລຸງສ້າງນັກຮຽນເກັ່ງໃນໄລຍະຜ່ານມາ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ ຄືນ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ ຄືນ​ໃໝ່

ຕອນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ (TKV) ຄືນ​ໃໝ່.

Top