• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືໃນຂົງເຂດສານ

      ຫວຽດນາມ ແລະ ສິງກະໂປ ຈະເພີ່ມທະວີການຮ່ວມມືໃນຂົງເຂດສານຄື: ການຄຸ້ມຄອງຄະດີ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການບຳລຸງສ້າງດ້ານຕຸລາການ

ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີ່ງ (ພາບ: TTXVN)
      ນີ້ແມ່ນເນື້ອໃນຕົ້ນຕໍຂອງບົດບັນທຶກຊ່ວຍຈຳການຮ່ວມມື ເຊິ່ງໄດ້ລົງນາມລະຫວ່າງທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີ່ງ ແລະ ທ່ານປະທານສານ ສິງກະໂປ Sundaresh Menon ໃນວັນທີ 25 ກໍລະກົດຢູ່ສິງກະໂປ.
        ແລະກໍ່ໃນພິທີລົງນາມ, ທ່ານປະທານສານ ສິງກະໂປ ໄດ້ສະເໜີເລື່ອງສ້າງຕັ້ງຊ່ອງທາງແລກປ່ຽນຂໍ້ມູນຂ່າວສານລະຫວ່າງສານສູງສຸດຂອງ 2 ປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນດາການຂັດແຍ້ງຂ້າມຊາດ; ສ້າງຕັ້ງການພົວພັນຮ່ວມມືລະຫວ່າງສານການຄ້າສາກົນ ສິງກະໂປ ກັບສານ ຫວຽດນາມ…
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top