
ການນຳປະເທດຕ່າງໆເຂົ້າຮ່ວມກອງປະຊຸມ
(ພາບ: vietnam+)
ທີ່ການພົບປະກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ 2 ຝ່າຍ ສືບຕໍ່ເພີ່ມທະວີຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສ ອາຊຽນ, ພາກພື້ນ, ສາກົນ ແລະ ບັນດາກົນໄກອະນຸພາກພື້ນ, ເຮັດໃຫ້ວິວັດທະນາການຮ່ວມມື, ຮ່ວມສຳພັນຂອງປະຊາຄົມ ອາຊຽນ ເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີຄວາມສາມັກຄີ, ເຫັນດີເຫັນພ້ອມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ.
ໃນການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ. ການນຳ 2 ທ່ານປາດຖະໜາຢາກຮັກສາທ່າພັດທະນາການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ພະລັງງານ, ປ້ອງກັນຊາດ, ເຫັນດີຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບຢ່າງຕັ້ງໜ້າ ຊ່ວຍເພີ່ມທະວີການແລກປ່ຽນການຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ, ໃນນັ້ນມີລັດເຊຍ.ທີ່ການພົບປະກັບທ່ານປະທານາທິບໍດີ ເບລາຣຸດ Aleksander Lukashenko, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ 2 ຝ່າຍຍູ້ແຮງການຮ່ວມມືເສດຖະກິດ -ການຄ້າ, ພັດທະນາການຮ່ວມມືໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ.
ໃນການເຮັດວຽກກັບ ທ່ານປະທານາທິບໍດີ ຈີເລ Michelle Bachelet, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບ ຈີເລ, ສະເໜີໃຫ້ 2 ປະເທດສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ 2 ປະເທດສຳພັດກັບຕະຫຼາດ, ສ້າງຕັ້ງການພົວພັນຮ່ວມມື ແລະ ການໜູນຊ່ວຍກັນຊາບຊຶມເຂົ້າຕະຫຼາດ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ອາເມລິກາ ລາຕີງ.
(ແຫຼ່ງຄັດຈາກ VOV)