• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດຢູ່ ອິນເດຍ

      ວັນທີ 15 ທັນວາ, ທີ່ນະຄອນ Kolkata ລັດ Bengal ປະເທດ ອິນເດຍ ໄດ້ໄຂງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດ ແລະ ສະບຽງອາຫານອິນຊີ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN Natural & Organic Show).

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດຢູ່ ອິນເດຍ (ພາບ: ຫວຽດນາມ +)
      ງານຕະຫລາດນັດວາງສະແດງ, ແນະນຳບັນດາຜະລິດຕະພັນຄື: ການຢາ, ເຄື່ອງສຳອາງ, ອາຫານທີ່ມີທາດບຳລຸງ, ສະບຽງອາຫານ, ນ້ຳດື່ມທຳມະຊາດ, ສະໝຸນໄພ, ເຄື່ອງປະດັບປະດາ, ເຄື່ອງຫັດຖະກຳ...ມີວິສາຫະກິດປະມານ 80 ແຫ່ງທີ່ມາຈາກ ຫວຽດນາມ, ສິງກະໂປ, ໄທ, ມາເລເຊຍ, ຟີລິບປີນ, ບັງກະລາເທດ, ລັດເຊຍ ແລະ ວິສາຫະກິດ ອິນເດຍ ປະມານ 200 ແຫ່ງເຂົ້າຮ່ວມງານວາງສະແດງ, ແນະນຳບັນດາຜະລິດຕະພັນ, ສິນຄ້າຢູ່ງານຕະຫລາດນັດ. ຄະນະ ຫວຽດນາມ ມີວິສາຫະກິດເຂົ້າຮ່ວມ 3 ແຫ່ງ ວາງສະແດງບັນດາປະເພດສິນຄ້າຄື: ກາເຟປອດສານພິດ, ຊາ…ພ້ອມກັບວິສາຫະກິດ 20 ແຫ່ງເຂົ້າຮ່ວມຕາມໂຄງການໜູນຊ່ວຍຂອງລັດຖະບານ ຫວຽດນາມ ແລະ ອິນເດຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ ປາ​ແລັດ​ສະ​ຕິນ Mahmoud Abbas, ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ.

Top