• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ

ຕອນບ່າຍວັນທີ 24 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຮອງຜູ້ບັນຊາການຕຳຫລວດແຫ່ງຊາດ ສ.ເກົາຫຼີ ທ່ານ Min Gab Ryong ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
 
ທ່ານພົນໂທ ໂຕເລິມ ແລະ ທ່ານ Min Gab Ryong (ພາບ:TTXVN )

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫລວດຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງ ສ.ເກົາຫຼີ, ໃນນັ້ນ ມີອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ເພື່ອໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ທ່ານລັດຖະມົນຕີ ໂຕເລິມ ສະເໜີວ່າ ຄວນສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດປ້ອງກັນ, ຕ້ານອາດສະຍາກຳ, ການຮ່ວມມືດ້ານຍຸຕິທຳທາງອາຍາ; ຄົ້ນຄວ້າເປີດກ້ວາງບັນດາຂົງເຂດຮ່ວມມື ເຊິງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ.

        ສ່ວນທ່ານ Min Gab Ryong ຜູ້ບັນຊາການຕຳຫລວດແຫ່ງຊາດ ສ.ເກົາຫຼີ ສະແດງໃຫ້ເຫັນຄວາມປິຕິຊົມຊື່ນໃນໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງຕຳຫລວດ ຫວຽດນາມ - ອົງການຕຳຫລວດແຫ່ງຊາດ ສ.ເກົາຫຼີ ເວົ້າສະເພາະ ໄດ້ຮັບການເປີດກ້ວາງ, ພັດທະນາຢ່າງບໍ່ຢຸດຢັ້ງ ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງໃນຂົງເຂດຮ່ວມມືຕ່າງໆ.

(ແຫຼ່ງຄັດຈາກ VOV)


ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

Top