• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົ່ງເສີມການລົງທຶນກໍ່ສ້າງສຳນັກງານສະພາແຫ່ງຊາດລາວ

      2 ຝ່າຍເຫັນດີເປັນເອກະສັນພິທີວາງສີລາລຶກຈະໄດ້ຮັບການຈັດຕັ້ງໃນວັນທີ 18 ກໍລະກົດ 2017, ກົງກັບວັນສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ແລະ ລາວ ເຊັນສັນຍາມິດຕະພາບ ແລະ ການຮ່ວມມື.
ທ່ານ ເລກວາງຮູ່ງ ແລະ ທ່ານນາງ ປານີ ຢາທໍ່ຕູ້
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອແນໃສ່ສຳຫຼວດ ແລະ ກະກຽມໃຫ້ແກ່ວຽກງານກໍ່ສ້າງສຳນັກງານສະພາແຫ່ງຊາດລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ຄະນະປະຕິບັດງານລະຫວ່າງຂະແໜງຂອງລັດຖະບານ ຫວຽດນາມໂດຍທ່ານ ເລກວາງຮູ່ງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ນຳໜ້າ ໄດ້ໃຫ້ການຕ້ອນຮັບໂດຍທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ທີ່ການຕ້ອນຮັບ, ທ່ານ ເລກວາງຮູ່ງ ໃຫ້ຮູ້ວ່າ: 2 ຝ່າຍເຫັນດີເປັນເອກະສັນພິທີວາງສີລາລຶກຈະໄດ້ຮັບການຈັດຕັ້ງໃນວັນທີ 18 ກໍລະກົດ 2017, ກົງກັບວັນສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ແລະ ລາວ ເຊັນສັນຍາມິດຕະພາບ ແລະ ການຮ່ວມມື. ຕໍ່ຈາກນັ້ນ, ພິທີເລີ່ມລົງມືກໍ່ສ້າງຈະໄດ້ດຳເນີນໃນເດືອນ ຕຸລາ ຫຼື ເດືອນ ພະຈິກ ປີ 2017 ແລະ ຄາດວ່າ, ກິດຈະກຳນີ້ຈະໄດ້ນຳເຂົ້າເຄື່ອນໄຫວທົດລອງໃນໄຕມາດທີ I/2020 ແລະ ຄາດວ່າ ຈະໄດ້ມອບຮັບໃຫ້ຝ່າຍລາວຢ່າງເປັນທາງການໃນໄຕມາດທີ IV/2020. ທ່ານ ເລກວາງຮູ່ງ ໃຫ້ຄຳໝັ້ນສັນຍາວ່າ ຝ່າຍ ຫວຽດນາມ ຈະສົມທົບກັບຝ່າຍລາວ ປະຕິບັດການອອກແບບ ແລະ ລົງມືກໍ່ສ້າງຢ່າງສົມບູນຖືກກັບຄວາມຄືບໜ້າ ແລະ ຄຸນນະພາບໄດ້ວາງອອກ, ເພື່ອໃຫ້ກິດຈະກຳສົມເປັນສັນຍາລັກຂອງນ້ຳໃຈສາມັກຄີ ມິດຕະພາບອ້າຍ - ນ້ອງແບບພິເສດ ລະຫວ່າງ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ກິດຈະກຳບໍ່ພຽງແຕ່ມີຄວາມໝາຍສຳຄັນກ່ຽວກັບດ້ານການເມືອງໃຫ້ແກ່ການພົວພັນແບບພິເສດລະຫວ່າງ 2 ປະເທດໃນປະຈຸບັນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກໃຫ້ແກ່ການພົວພັນແບບພິເສດ ລາວ - ຫວຽດນາມ ໃຫ້ລຸ້ນຄົນຕໍ່ໄປອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top