• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົ່ງນັກຊ່ຽວຊານແລະໜູນຊ່ວຍວັດຖຸອຸປະກອບການແພດຊ່ວຍກະຊວງປ້ອງກັນປະເທດລາວ ສະກັດກັ້ນໂລກລະບາດ

      ຕອນເຊົ້າວັນທີ 03 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ) - ນ້ຳພາວ (ບໍລິຄຳໄຊ) ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ແລະ ນັກຊ່ຽວຊານຫວຽດນາມ ໄປຊ່ວຍເຫຼືອກອງທັບລາວ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
(ພິທີມອບຮັບເຄື່ອງອຸປະກອນການແພດ)
      ໂດຍຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຈັດຕະວາ ຫວຽນຮຸ່ງທັ໊ງ, ຮອງຫົວໜ້າ - ເສນາທິການໃຫຍ່ກົມໃຫຍ່ພະລາທິການ, ໄດ້ມອບໃຫ້ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ຄຳເພັດ ສີຊານົນ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຈຳນວນວັດຖຸປ້ອງກັນ, ສະກັດກັ້ນໂລກລະບາດ ລວມມີ: ຜ້າອັດປາກ-ອັດດັງ, CloraminB, ຊຸດປ້ອງກັນເຊື້ອພະຍາດລະດັບ 4, ຊຸດ kit ວິໄຈຫາເຊື້ອ SARS-CoV-2… ລວມຍອດມູນຄ່າ 3 ຕື້ດົ່ງ. ພ້ອມກັບເຄື່ອງວັດຖຸອຸປະກອນການແພດນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ກໍ່ຈັດສົ່ງນັກຊ່ຽວຊານທີ່ມີປະສົບການໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 4 ຄົນໄປຊ່ວຍກຳລັງເສນາຮັກກອງທັບລາວ ຜັນຂະຫຍາຍບັນດາວຽກງານກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຫວຽນຮຸ່ງທັ໊ງ, ຢືນຢັນວ່າ.
        “ດ້ວຍຖັນແຖວນັກຊ່ຽວຊານທີ່ມີປະສົບການຫຼາຍຢ່າງນີ້, ຫວຽດນາມ ຈະຊ່ວຍປະເທດລາວ ວຽກງານປິ່ນປົ່ວ, ວິໄຈ, ສຸກເສີນ. ນີ້ແມ່ນບັນດາວິຊາຊະເພາະເຊິ່ງໃນຈຸດເວລານີ້ ປະເທດເພື່ອນລາວ ມີຄວາມຕ້ອງການທີ່ສຸດ… ຫວັງວ່າ, ຫວຽດນາມ ຈະພ້ອມກັບປະເທດເພື່ອນລາວ, ຊ່ວຍລາວ ສະກັດກັ້ນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.”
        ໂດຍຕາງໜ້າໃຫ້ກະຊວງປ້ອງກັນປະເທດລາວ, ພົນຕີ ຄຳເພັດ ສີຊານົນ, ໄດ້ຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top