• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບ​ຕໍ່​ຮັບ​ມື​ກັບ​ວຽກງານ​ປ້ອງ​ກັນ, ຕ້ານ​ເຊື້ອ​ພະຍາດ Covid - 19

ວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກໍາລັງເຈົ້າໜ້າທີ່ຮັບຜິດຊອບ ເພີ່ມທະວີການຄວບຄຸມສໍາລັບບັນດາເປົ້າໝາຍແຍກຕົວຢູ່ຕ່າງຫາກ ເພື່ອຮັບປະກັນປະຕິບັດໃຫ້ຖືກຕ້ອງຕາມການແນະນໍາຂອງກະຊວງສາທາລະນະສຸກ; ຕັດສິນໃຈຖອນໃບອະນຸຍາດອອກແຮງງານຂອງພົນລະເມືອງຕ່າງປະເທດທີ່ມາເຮັດວຽກຢູ່ຫວຽດນາມ ເຊິ່ງນອນໃນເປົ້າໝາຍຕ້ອງແຍກຕົວ ທີ່ມີທ່າທີບໍ່ປະຕິບັດຕາມ ຫຼື ຖອນຕົວອອກຈາກເຂດແຍກຕົວຕາມລໍາພັງໃຈ.

ການສີດຢາຂ້າເຊື້ອໃນທົ່ວບໍລິເວນໂຮງຮຽນແຫ່ງຕ່າງໆ (ພາບ: TTXVN) 

 ຕອນເຊົ້າວັນທີ 15 ກຸມພາ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການເຮັດວຽກກັບ ໜ່ວຍປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid - 19 ຢູ່ເມືອງ ບິ່ງຊວຽນ, ແຂວງຫວິງຟຸກ ເພື່ອແນະນໍາ, ໜູນຊ່ວຍກໍານົດເຂດເກີດການຕິດເຊື້ອພະຍາດ ແລະ ແຍກຕົວ ຢູ່ຕາແສງ ເຊີນໂລຍ ແລະ ບັນດາຕາແສງທີ່ມີຜູ້ຕິດເຊື້ອ Covid – 19. ປັດຈຸບັນ, ຢູ່ເມືອງ ບິ່ງຊວຽນ ໄດ້ມີໜ່ວຍປະຕິບັດງານເຮັດວຽກ ຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ການໜູນຊ່ວຍປ້ອງກັນ ແລະ ປິ່ນປົວ. ບັນດາກໍລະນີທີ່ຢູ່ຄອບຄົວດຽວກັນກັບຜູ້ຕິດເຊື້ອ ຫຼື ສໍາຜັດໃກ້ກັບຜູ້ຕິດເຊື້ອ Covid - 19 ແມ່ນໄດ້ແຍກຕົວອອກຢູ່ຕ່າງຫາກແລ້ວ.

        ໃນຂະນະນັ້ນ, ຢູ່ແຂວງກວ໋າງນິງ, ວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid - 19 ກໍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ຢູ່ວິທະຍາໄລ ຖ່ານຫີນ ແຮ່ທາດຫວຽດນາມ ກໍ່ໄດ້ຈັດຕັ້ງການສີດຢາຂ້າເຊື້ອໃນທົ່ວບໍລິເວນໂຮງຮຽນ; ວັດອຸນຫະພູມໃຫ້ແກ່ນັກສຶກສາປະຈໍາວັນ. ນາງ ກົງທິເຟືອງຖ໋າວ ເລຂາຄະນະຊາວໜຸ່ມວິທະຍາໄລ ຖ່ານຫີນ ແຮ່ທາດຫວຽດນາມ ໃຫ້ຮູ້ວ່າ:

        “ຄະນະຊາວໜຸ່ມຂອງໂຮງຮຽນ ໄດ້ໂຄສະນາກ່ຽວກັບການຮັກສາສຸຂະພາບໃຫ້ແກ່ຊາວໜຸ່ມ, ສະມາຊິກຊາວໜຸ່ມ, ພະນັກງານ, ກໍາມະກອນຂອງໂຮງຮຽນ ເຮັດແນວໃດ ເພື່ອສາມາດຄວບຄຸມເຊື້ອພະຍາດດັ່ງກ່າວໄດ້ເປັນຢ່າງດີທີ່ສຸດ. ບັນດາການເຄື່ອນໄຫວທັງໝົດນີ້ ລ້ວນແຕ່ໄດ້ຮັບການສະໜັບສະໜູນ, ຄວາມສົນໃຈ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຊາວໜຸ່ມ, ສະມາຊິກຊາວໜຸ່ມຂອງໂຮງຮຽນ”.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top