• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນບົດບາດຢູ່ແຖວໜ້າຂອງ ສປຊ ໃນເລື່ອງສະກັດກັ້ນການປະທະກັນ ແລະ ແກ້ໄຂການຂັດແຍ້ງ

ວັນທີ 29 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ການໄກ່ເກ່ຍ ແລະ ແກ້ໄຂການຂັດແຍ້ງໂດຍສັນຕິວິທີ”.

ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ (ພາບ: TTXVN)

ນະທີ່ນີ້, ຜູ້ຕາງໜ້າທີ່ມາຈາກບັນດາປະເທດ ລ້ວນແຕ່ສະໜັບສະໜູນເລື່ອງແກ້ໄຂການປະທະກັນ ແລະ ການຂັດແຍ້ງດ້ວຍໂດຍສັນຕິວິທີ ອີງໃສ່ພາກທີ 6 ຂອງກົດບັດສະຫະປະຊາຊາດ; ຊົມເຊີຍຄວາມມານະພະຍາຍາມເປັນຄົນກາງໄກ່ເກ່ຍຂອງສະຫະປະຊາຊາດ ທີ່ບັນລຸໄດ້ບາດກ້າວຢ່າງຕັ້ງໜ້າໃນໄລຍະຜ່ານມາ; ຢືນຢັນບົດບາດສຳຄັນຂອງບັນດາອົງການຈັດຕັ້ງພາກພື້ນ, ອະນຸພາກພື້ນ ແລະ ການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການໄກ່ເກ່ຍ, ເລືອກຕັ້ງ, ກໍ່ສ້າງ ແລະ ຮັກສາສັນຕິພາບໄວ້ຢ່າງໝັ້ນຄົງ.

        ເຂົ້າຮ່ວມກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢືນຢັນເຖິງບົດບາດຢູ່ແຖວໜ້າຂອງສະຫະປະຊາຊາດ ໃນເລື່ອງສະກັດກັ້ນການປະທະກັນ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີຄືຂໍ້ກຳນົດທີ່ລະບຸໄວ້ໃນມາດຕາ 33 ຂອງກົດບັດ ສະຫະປະຊາຊາດ ແລະ ໜູນຊ່ວຍບັນດາປະເທດແກ້ໄຂຜົນຮ້າຍຈາກການປະທະກັນ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top