• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມບືນຕົວຂຶ້ນໃນລະບົບສະໜອງທົ່ວໂລກ

      ໃນຍຸດສະໄໝລັດທິອາລັກຂາ ເຊິ່ງຫຼາຍພື້ນຖານເສດຖະກິດຖືກຕົກຕ່ຳ ຍ້ອນໂລກລະບາດໂຄວິດ - 19, ແຕ່ ຫວຽດນາມ ຍັງສືບຕໍ່ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບບັນດາບໍລິສັດຜະລິດນຳຂາອອກຂາເຂົ້າ. 
ລະບົບຜະລິດເຄື່ອງເອເລັກໂຕນິກຂອງບໍລິສັດ Stanley ຢູ່ ຫວຽດນາມ (ພາບ: TTXVN)
      ວັນທີ 30 ມີນາ, ບໍລິສັດໄຈ້ອຸດສາຫະກຳທົ່ວໂລກ Counterpoint ທີ່ມີສຳນັກງານຕັ້ງຢູ່ ຮົ່ງກົງ (ຈີນ) ໄດ້ມີບົດຂຽນຖືວ່າ ຫວຽດນາມ ພວມເລື່ອນຂັ້ນໃນລະບົບສະໜອງທົ່ວໂລກ. ບົດຂຽນດັ່ງກ່າວ ໄດ້ເອົາລົງໃນເວັບໄຊ counterpointresearch.com ແລະ ໄດ້ເນັ້ນໜັກວ່າ, ໃນຍຸດສະໄໝລັດທິອາລັກຂາ ເຊິ່ງຫຼາຍພື້ນຖານເສດຖະກິດຖືກຕົກຕ່ຳ ຍ້ອນໂລກລະບາດໂຄວິດ - 19, ແຕ່ ຫວຽດນາມ ຍັງສືບຕໍ່ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບບັນດາບໍລິສັດຜະລິດນຳຂາອອກຂາເຂົ້າ. ນັບແຕ່ປີ 2020 – 2026, ຕະຫຼາດການບໍລິການຜະລິດເຄື່ອງເອເລັກໂຕນິກ (EMS) ຂອງ ຫວຽດນາມ ຈະມີການເຕີບໂຕຢູ່ໃນລະດັບ 5% ຕໍ່ປີ. ບົດຂຽນດັ່ງກ່າວ ຖືວ່າ ບັນດາປັດໄຈຕັ້ງໜ້າທີ່ເຮັດໃຫ້ ຫວຽດນາມ ກາຍເປັນສະຖານທີ່ສະດວກສຳລັບບັນດາບໍລິສັດຜະລິດນັ້ນ ລວມມີການປະຕິຮູບນະໂຍບາຍການລົງທຶນ ແລະ ດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ເຂົ້າຮ່ວມບັນດາສົນທິສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມແຫຼ່ງທຶນ FDI ແລະ ມີທີ່ຕັ້ງພູນມີສາດທີ່ສະດວກ. ນອກຈາກນັ້ນ, ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ມີຊື່ສຽງດ້ວຍບັນດາຍຸດທະສາດຮອບດ້ານ, ແກ່ຍາວແຕ່ 5 – 10 ປີ ເປັນຕົ້ນແມ່ນ “ການຜະລິດຢູ່ ຫວຽດນາມ ປີ 2025: ຍຸດທະສາດ ແລະ ນະໂຍບາຍອຸດສາຫະກຳ ປີ 2025” ແລະ ວິໄສທັດປີ 2035.” ບັນດານະໂຍບາຍດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ປ່ຽນແປງລະດັບການເຕີບໂຕຂອງ ຫວຽດນາມ ໃນ 30 ປີ ຜ່ານມາ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂຮອງຮັບຂະແໜງອຸດສາຫະກຳຈາກ ຈີນ ອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top