• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ: ຖ້ຽວບິນການຄ້າສາກົນຖ້ຽວທຳອິດເລີ່ມເຄື່ອນໄຫວປົກກະຕິພາຍຫຼັງຢຸດຕິຊົ່ວຄາວມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ-19

      ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ

ຜູ້ໂດຍສານໃນຖ້ຽວບິນໄດ້ຈັດທີ່ນັ່ງຫ່າງກັນ
(ພາບ: thanhnien.vn)
      ພາຍຫຼັງຢຸດຕິຊົ່ວຄາວມາ 6 ເດືອນ, ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ, ໂດຍໃຊ້ເວລາບິນແມ່ນ 5 ໂມງ 15 ນາທີ, ສະໜາມບິນລົງຈອດແມ່ນ Narita, ໂຕກຽວ, ປະເທດຍີ່ປຸ່ນ. ນີ້ແມ່ນຖ້ຽວບິນການຄ້າສາກົນຖ້ຽວປົກກະຕິທຳອິດຂອງ Vietnam Airlines ພາຍຫຼັງຕ້ອງຢຸດຕິຊົ່ວຄາວຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ນອກຈາກການຂົນສົ່ງຜູ້ໂດຍສານແລ້ວ, ຖ້ຽນບິນດັ່ງກ່າວຍັງຂົນສົ່ງສິນຄ້າເພື່ອແນໃສ່ຮັບໃຊ້ໃຫ້ແກ່ການແລກປ່ຽນການຄ້າ, ການຜະລິດອີກດ້ວຍ.
          ຜູ້ໂດຍສານໃນຖ້ຽວບິນໄດ້ຈັດທີ່ນັ່ງຫ່າງກັນ ເພື່ອແນໃສ່ຕອບສະໜອງບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top