• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືການຮ່ວມມືກັບ Boeing ມີລັກສະນະຍຸດທະສາດ ແລະ ຍາວນານ

      ຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານ, ທັງເປັນຜູ້ອຳນວຍການໃຫຍ່ການຄ້າ Boeing Kevin Mc Allister, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ຖືການຮ່ວມມືກັບ Boeing ແມ່ນມີລັກສະນະຍຸດທະສາດ ແລະ ຍາວນານ. 

ທ່ານປະທານ, ທັງເປັນຜູ້ອຳນວຍການໃຫຍ່ການຄ້າ Boeing Kevin Mc Allister ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ລັດຖະບານ ຫວຽດນາມ ສະໜັບສະໜູນສ້າງເງື່ອນໄຂເພື່ອໃຫ້ Boeing ເປີດກ້ວາງບັນດາການເຄື່ອນໄຫວ ຮ່ວມມື, ລົງທຶນ, ດຳເນີນທຸລະກິດ ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ Boeing ພິຈາລະນະໜູນຊ່ວຍເປີດສູນກໍ່ສ້າງນັກບິນຢູ່ ຫວຽດນາມ ໃນໄລຍະທີ່ຈະມາເຖິງ, ພິເສດ, ໜູນຊ່ວຍ ຫວຽດນາມ ຈັດຕັ້ງສັບປະດາຂັ້ນສູງ APEC 2017 ຢ່າງສຳເລັດຜົນ. ທ່ານຫວັງວ່າ, Boeing ຈະຄົ້ນຄ້ວາໜູນຊ່ວຍ ຫວຽດນາມ ເປີດບັນດາຖ້ຽວບິນ ໂດຍກົງເຖິງ ອາເມລິກາ.
        ສ່ວນທ່ານ Kevin Mc Allister ໄດ້ຕີລາຄາວ່າ ຕະຫຼາດການບິນ ຫວຽດນາມ ມີການຂະຫຍາຍຕົວໄວ. ຫວຽດນາມ ມີແງ່ຫວັງກາຍເປັນຄູ່ຮ່ວມມື ສະໜອງເຄື່ອງອາໄຫຼ່ສິ້ນສ່ວນໃຫ້ແກ່ການຜະລິດເຮືອບິນ Boeing. ທ່ານ Kevin Mc Allister ຢືນຢັນວ່າ: Boeing ພ້ອມແລ້ວຈະສົ່ງນັກຊ່ຽວຊານທີ່ມີຄວາມເກັ່ງກ້າສາມາດໄປໜູນຊ່ວຍ ຫວຽດນາມ ໃນຂົງເຂດການບິນ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top