• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ ສະພາຄວາມໝັ້ນຄົງ ສປຊ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ

      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຮັບມື ຕ້ອງມີວິທີການສຳຜັດຢ່າງຮອບດ້ານ ພ້ອມກັບແກ້ໄຂກົກປາຍຂອງບັນຫາ
ການປຶກສາຫາລືທາງອອນລາຍ ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ - ຄວາມໝັ້ນຄົງ - ການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ
      ວັນທີ 14 ເມສາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານການປຶກສາຫາລືທາງອອນລາຍ ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ - ຄວາມໝັ້ນຄົງ - ການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ. ນີ້ແມ່ນໜຶ່ງໃນບັນດາເຫດການບຸລິມະສິດ ເຊິ່ງໄດ້ຮັບການປະຕິບັດຕາມຂໍ້ລິເລີ່ມຂອງ ຫວຽດນາມ ໃນຖານະເປັນປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຮັບມື ຕ້ອງມີວິທີການສຳຜັດຢ່າງຮອບດ້ານ ພ້ອມກັບແກ້ໄຂກົກປາຍຂອງບັນຫາ, ທ່ານກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດສຳພັນ ໃນການປະທະກັນ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນພ້ອມກັນ ຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນວິວັດການສ້າງສັນຕິພາບ, ປ້ອງກັນ, ສະກັດກັ້ນການປະທະກັນ ແລະ ການດຳລົງຊີວິດທາງການເມືອງ , ເສດຖະກິດ, ວັດທະນະທຳ, ສັງຄົມ ຂອງບັນດາປະເທດ. ທ່ານເອກອັກຄະລັດຖະທູດ ຫວັງວ່າ ການປຶກສາຫາລື ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມຮັບຮູ້ຂອງບັນດາປະເທດກ່ຽວກັບລັກສະນະຮ້າຍແຮງຂອງໄພໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ, ຜ່ານນັ້ນ ເພີ່ມທະວີຄຳໝັ້ນສັນຍາສາກົນ ໃນການແກ້ໄຂບັນຫານີ້.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top