• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈັດອັນດັບທີ 47/127 ກ່ຽວກັບດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ

      ວັນທີ 15 ມິຖຸນາ, ອົງການຊັບສິນພູມປັນຍາສາກົນ (WIPO) ໄດ້ປະກາດຕາຕະລາງຈັດອັນດັບກ່ຽວກັບການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ (GII -2017). ຕາມນັ້ນແລ້ວ, ຫວຽດນາມ ຖືກຈັດອັນດັບທີ 47/127 ປະເທດ ແລະ ພື້ນຖານເສດຖະກິດ, ລື່ນ 12 ຂັ້ນເມື່ອທຽບໃສ່ປີ 2016 (ຢືນອັນດັບທີ 59).
      ນີ້ແມ່ນປະເພດລະດັບສູງສຸດທີ່ ຫວຽດນາມ ເຄີຍບັນລຸໄດ້ນັບແຕ່ກ່ອນມາ. ຮອດປະຈຸບັນ, ໃນກຸ່ມບັນດາປະເທດມີລາຍຮັບສະເລ່ຍຕ່ຳ, ຫວຽດນາມ ໄດ້ບືນຕົວຂຶ້ນຢືນໃນປະເພດອັນດັບທີ 1 (ປີ 2016 ຢືນອັນດັບທີ 3). ຕາມ WIPO ແລ້ວ, ຫວຽດນາມ ໄດ້ຮັບການຕີລາຄາວ່າອາດຈະມີທ່າແຮງໃນ 7 ເສົາຄ້ຳ: ສົ້ນອອກຂອງພູມປັນຍາ ແລະ ເຕັກໂນໂລຢີ, ດັດຊະນີສັບສົນ/ຫຼາຍຮູບຫຼາຍແບບຂອງຕະຫຼາດ, ດັດຊະນີສັບສົນ/ຫຼາຍຮູບຫຼາຍແບບໃນການດຳເນີນທຸລະກິດ, ດັດຊະນີສົ້ນອອກຂອງແບບມີຫົວຄິດປະດິດສ້າງ ແລະ ດັດຊະນີການເຕີບໂຕໃນການລົງທຶນໃຫ້ແກ່ການສຶກສາ.
 (ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top