• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະບັນລຸໄດ້ຜົນງານຫລາຍຢ່າງໃນປີ 2017

(ພາບປະກອບ)
​       ຕອບ​ສຳພາດຕໍ່​ສຳນັກ​ຂ່າວສານ Sputnik, ນັກ​ຊ່ຽວຊານ ລັດ​ເຊຍ ຫລາຍທ່ານ ຄາດຄະ​ເນ​ວ່າ ປີລະກາ 2017 ຈະ​ແມ່ນ​ປີ​ທີ່ປະສົບ​ຜົນ​ສຳ​ເລັດ​ຜົນ​ສຳລັບ ຫວຽດນາມ. ທ່ານ Evgeny Alazunov ປະທານກິ​ຕິ​ມະ​ສັກ​ສີສະ​ມາ​ຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ຄາດຄະ​ເນ​ວ່າ ປີ 2017 ຈະ​ແມ່ນ​ປີ​ນຳ​ມາ​​ເຊິ່ງຜົນງານ​ໃໝ່​ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ກໍ່​ຄື​ປັບປຸງ​ການ​ພົວພັນ ລັດ​ເຊຍ - ຫວຽດນາມ. ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ເປັນ​ແບບຢ່າງ​ໃຫ້​ບັນດາ​ປະ​ເທ​ດ ອາຊີ​ຕາ​ເວັນ​ອອກ​ສ່ຽວ​ໃຕ້ ​ແລະ ຈະ​ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​​ເປັນ​ແຖວ​ໜ້າ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ໃນສະມາຄົມ​ປະຊາຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກໍ່​ຄື​ປະ​ກອບ​ສ່ວນ​​​ໃຫ້ການ​ພັດຂອງ​ອົງການ​ນີ້ຫລາຍ​ກ່ວາ​ອີກ​. ນັກ​ຂ່າວ ທັງ​ເປັນ​ນັກ​ຄົ້ນຄວ້າປະຫວັດສາດ Piotr Tsvetov ​ເຊື່ອ​ໝັ້ນ​ວ່າ ປີ 2017 ຫວຽດນາມ ຈະ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ກ່ວາ ​ເມື່ອ​ທຽບ​ໃສ​ປີ 2016. ທ່ານ​ກໍ່​ຢືນຢັນ​ວ່າ ບັນດາ​ການ​ນຳ ຫວຽດນາມ ພວມ​ປະຕິບັດ​ຫລາຍ​ບາດກ້າວ​ເພຶ່ອ​ແກ້​ໄຂ​ບັນຫາ​ພາຍ​ໃນ​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທ່ານ Piotr Tsvetov ​ແລ້ວ ຄວາມ​ຫຍຸ້ງ​ຍາກ​ຂອງ ຫວຽດນາມ ມີ​ໜ້ອຍ​ກ່ວາ​ບັນດາ​ປະ​ເທດ​ອື່ນໆ.
 (ແຫຼ່ງຄັດຈາກ VOV)

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ​ ວັນ​ທີ 19 ພຶດ​ສະ​ພາ 2026 ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top