• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ການາດາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານແລະຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍສຸມໃສ່ຮ່ວມມືໃນບາງຂົງເຂດລະອຽດຄື: ການຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau)

ຕອນຄ່ຳວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນກັບຫວຽດນາມ ແລະ ການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນ ການາດາ ທີ່ໄດ້ມີບັນດາການໜູນຊ່ວຍແທດຈິງໃຫ້ແກ່ປະຊາຊົນຫວຽດນາມ.

ໃນສະພາບ 2 ປະເທດມຸ່່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍສຸມໃສ່ຮ່ວມມືໃນບາງຂົງເຂດລະອຽດຄື: ການຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ, ສະເໜີໃຫ້ ການາດາ ມີມາດຕະການໜູນຊ່ວຍນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ ການາດາ ທີ່ຖືກຜົນກະທົບຍ້ອນໂລກລະບາດໂຄວິດ-19 ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມເຊື້ອຊາດຫວຽດນາມ ດຳລົງຊີວິດ, ເຮັດວຽກຢູ່ ການາດາ.

ສ່ວນທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງໃນບັນດາຂົງເຂດການຄ້າ, ການຮ່ວມມືພັດທະນາ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ຢືນຢັນສືບຕໍ່ໜູນຊ່ວຍຫວຽດນາມ ແລະ ບັນດາພາກພື້ນສຳຜັດກັບວັກຊິນກັນໂຄວິດ-19 ຜ່ານບັນດາກົນໄກຄື: ACT Accelerator, ຂໍ້ລິເລີ່ມ COVAX ແລະ ກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອາຊຽນ.

ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນຄື ສະຫະປະຊາຊາດ, APEC, ອາຊຽນ, ປະຊາຄົມເວົ້າພາສາຝັ່ງ Francophonie...

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top