• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກວດພົບຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ, ຍົກຈຳນວນຜູ້ຕິດເຊື້ອໄວຣັດຂຶ້ນເປັນ 53 ຄົນ

ໄລ່ມາຮອດວັນທີ 14 ມີນາ, ຫວຽດນາມ ມີ 53 ກໍລະນີ ຕິດເຊື້ອໄວຣັດ SARS-CoV-2, ໃນນັ້ນ 16 ກໍລະນີໄດ້ປິ່ນປົວຫາຍດີແລ້ວ.

(ພາບປະກອບ: baoquocte.vn)

ວັນທີ 14 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບກໍລະນີຕິດຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 6 ຄົນ, ຍົກຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຂຶ້ນເປັນ 53 ຄົນ. ຜູ້ຕິດເຊື້ອໄວຣັດ SARS-CoV-2 ທີ 50 ແລະ 51 ແມ່ນຊາວຫວຽດນາມ ຢູ່ຮ່າໂນ້ຍ, ຜູ້ທີ 52 ແມ່ນຢູ່ແຂວງກວາງນິງ, ແລະ ຜູ້ທີ 53 ແມ່ນຖືສັນຊາດສ.ເຊັກໂກ, ອາຍຸ 53 ປີ, ເວລາຢູ່ສ.ເຊັກໂກ ໄດ້ພົບປະກັບຊາວອີຕາລີ.

ກ່ອນໜ້ານັ້ນ, ສະຖາປັນ Pasteur ຍາຈາງ, ໃຫ້ຮູ້ວ່າ, ພາຍຫຼັງວິໄຈຕົວຢ່າງ ທີ່ສູນຄວບຄຸມເຊື້ອພະຍາດແຂວງ ເທື່ອທຽນເຫ້ວ ສົ່ງມາໃຫ້, ຜົນປະກົດວ່າຕົວຢ່າງນັ້ນໄດ້ຕິດເຊື້ອໄວຣັດ SARS-CoV-2, ອັນໄດ້ຍົກຈຳນວນຜູ້ຕິດໂລກພະຍາດ Covid-19 ຢູ່ຫວຽດນາມ ຂຶ້ນເປັນ 49 ຄົນ. ຜູ້ຕິດເຊື້ອໄວຣັດແມ່ນເພດຊາຍ, ອາຍຸ 71 ປີ ເຊິ່ງແມ່ນຊາວອັງກິດ.

ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກຫວຽດນາມ ໄດ້ແຈ້ງຂ່າວວ່າ, ສະຖາປັນ Pasteur ນະຄອນ ໂຮ່ຈີມິນ ໄດ້ແຈ້ງໝາກຜົນການກວດເລືອດຄົນເຈັບ ອາຍຸ 31 ປີ, ພວມດຳລົງຊີວິດຢູ່ນະຄອນໂຮ່ຈີມິນ ຕິດເຊື້ອໄວຣັດ SARS-CoV-2, ຄົນເຈັບຜູ້ນີ້ໄດ້ນັ່ງລົດໂອໂຕຄັນດຽວກັນກັບຜູ້ຕິດເຊື້ອໄວຣັດທີ 45 ແລະ ໄດ້ພົບປະໂອ້ລົມກັບຜູ້ຕິດເຊື້ອໄວຣັດທີ 34 ຢູ່ແຂວງ ບິ່ງທ້ວນ.

ກ່ອນໜ້ານັ້ນ, ວັນທີ 13 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຢັ້ງຢືນວ່າ, ຜູ້ຕິດເຊື້ອໄວຣັດ SARS-CoV-2 ທີ 46 ແລະ 47 ລ້ວນແຕ່ແມ່ນເພດຍິງ ແລະ ດຳລົງຊີວິດຢູ່ຮ່າໂນ້ຍ. ປະຈຸບັນ, ຄົບເຈັບທັງ 2 ຄົນນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ເລກ 2 ດົງແອັງ, ປະຈຸບັນມີອາການເປັນປົກກະຕິແລ້ວ.

ໄລ່ມາຮອດວັນທີ 14 ມີນາ, ຫວຽດນາມ ມີ 53 ກໍລະນີ ຕິດເຊື້ອໄວຣັດ SARS-CoV-2, ໃນນັ້ນ 16 ກໍລະນີໄດ້ປິ່ນປົວຫາຍດີແລ້ວ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top